ອົງການອະນາໄມໂລກເຕືອນ ວັກຊີນປ້ອງກັນພະຍາດອະຫິວາ “ກຳລັງຈະໝົດ”

ເຈົ້າໜ້າທີ່ຂອງອົງການອະນາໄມໂລກ (WHO) ກ່າວໃນວັນທີ 16 ທັນວາວ່າ: ສະຕ໊ອກວັກຊີນປ້ອງກັນພະຍາດອະຫິວາທົ່ວໂລກທີ່ WHO ຊ່ວຍຈັດການນັ້ນ “ໝົດ ຫລື ເຫລືອໜ້ອຍແລ້ວ” ທ່າມກາງການລະບາດຮອບໃໝ່ທີ່ເກີດຂຶ້ນທົ່ວໂລກ.

ວັນທີ 18 ທັນວາ, ສຳນັກຂ່າວຣອຍເຕີລາຍງານວ່າ: WHO ລະບຸວ່າ: ອັດຕາການເສຍຊີວິດທົ່ວໂລກກຳລັງເພີ່ມຂຶ້ນ ແລະ ປະມານ 30 ປະເທດທົ່ວໂລກມີລາຍງານການແພ່ລະບາດຂອງພະຍາດອະຫິວາໃນປີນີ້ ເຊິ່ງສູງກວ່າປະມານ 1 ໃນ 3 ຂອງປີປົກກະຕິ.

“ພວກເຮົາບໍ່ມີວັກຊີນແລ້ວ, ແຕ່ຫລາຍປະເທດຍັງຮ້ອງຂໍວັກຊີນຢ່າງຕໍ່ເນື່ອງ ແລະ ມັນເປັນເລື່ອງທີ່ທ້າທາຍຢ່າງຍິ່ງ” ດຣ. ຟິລິບເປ ບາໂບຊາ ຜູ້ນຳທີມຝ່າຍພະຍາດອະຫິວາ ແລະ ພະຍາດຖອກທ້ອງລະບາດ ຂອງ WHO ກ່າວ.

ທ່ານ ບາໂບຊາ ກ່າວເຖິງສາງສິນຄ້າສຸກເສີນທີ່ຈັດໂດຍກຸ່ມປະສານງານລະຫວ່າງປະເທດ (ICG) ວ່າດ້ວຍການຈັດຫາວັກຊີນ ທີ່ບໍລິຫານຈັດການໂດຍ WHO ແລະ ຫຸ້ນສ່ວນອື່ນໆ ເຊິ່ງຕາມປົກກະຕິ ສະຕ໊ອກຈະມີວັກຊີນປະມານ 36 ລ້ານໂດສຕໍ່ປີ, ແຕ່ການຂາດເຂີນວັກຊີນທີ່ເກີດຂຶ້ນສົ່ງຜົນໃຫ້ WHO ໂຈະມາດຕະການການສັກວັກຊີນ 2 ໂດສຕາມມາດຕະຖານຊົ່ວຄາວ ໃນເດືອນຕຸລາຜ່ານມາ.

ນອກຈາກນີ້, ທ່ານ ບາໂບຊາ ຍັງກ່າວອີກວ່າ: ສ່ວນໜຶ່ງຂອງບັນຫາເກີດຈາກການຕັດສິນໃຈຂອງຜູ້ຜະລິດໃນອິນເດຍ ທີ່ຈະຢຸດການສົ່ງອອກວັກຊີນໂດຍບໍ່ໃຫ້ລາຍລະອຽດ ເຊິ່ງເຖິງວ່າຜູ້ຜະລິດໃນອາຟຣິກາໃຕ້ກຳລັງວາງແຜນເລີ່ມການຜະລິດ, ແຕ່ຕ້ອງໃຊ້ເວລາ “2-3 ປີ”.

“ການພັດທະນາວັກຊີນສຳລັບພະຍາດອະຫິວາ ຫລື ອີກຢ່າງໜຶ່ງຄື ວັກຊີນສຳລັບປະເທດທີ່ທຸກຍາກ ອາດມີຄວາມໜ້າສົນໃຈໜ້ອຍກວ່າການພັດທະນາວັກຊີນປ້ອງກັນພະຍາດໂຄວິດ-19 ເຊິ່ງສ້າງລາຍໄດ້ສູງກວ່າຫລາຍ” ທ່ານ ບາໂບຊາ ກ່າວວ່າ: ມັນເປັນເລື່ອງທີ່ຍອມຮັບບໍ່ໄດ້ໃນສະຕະວັດທີ 21 ໃນການມີຜູ້ເສຍຊີວິດຈາກພະຍາດເຊິ່ງເປັນທີ່ຮູ້ຈັກກັນດີ ແລະ ປິ່ນປົວໄດ້ງ່າຍ.

ນອກເໜືອຈາກບັນດາປະເທດທີ່ເກີດການລະບາດ ເຊິ່ງສ່ວນຫລາຍປະເທດທີ່ໄດ້ຮັບຜົນກະທົບຈາກຄວາມທຸກຍາກ ແລະ ຄວາມຂັດແຍ່ງເຊັ່ນ: ໄຮຕິ ແລະ ເຢແມນ ປະເທດທີ່ມີລາຍໄດ້ປານກາງຄືເລບານອນກໍມີລາຍງານການລະບາດເຊັ່ນກັນ ໂດຍລະບຸວ່າ: ສິ່ງນີ້ອາດເປັນ “ສັນຍານເຕືອນ” ສຳລັບປະເທດອື່ນໆ.