ລັດຖະມົນຕີເປລູລາອອກ 2 ຄົນໃນມື້ດຽວ ຫລັງເຫດປະທ້ວງທະວີຄວາມຮຸນແຮງຈົນມີຄົນຕາຍເພີ່ມ

ວັນທີ 16 ທັນວາ, ສະມາຊິກຄະນະລັດຖະບານຂອງເປລູປະກາດລາອອກພ້ອມກັນ 2 ຄົນໃນມື້ດຽວ ຫລັງຈາກການປະທ້ວງໃນປະເທດຮຸນແຮງຂຶ້ນເລື້ອຍໆ ຈົນມີຜູ້ເສຍຊີວິດເພີ່ມຂຶ້ນ.
Patricia Correa ລັດຖະມົນຕີກະຊວງສຶກສາທິການ ແລະ Jair Perez ລັດຖະມົນຕີກະຊວງວັດທະນະທຳ ໄດ້ປະກາດລາອອກຈາກຕຳແໜ່ງຜ່ານທາງ Twitter ໃນວັນທີ 16 ທັນວາ ໂດຍອ້າງເຖິງການເສຍຊີວິດຂອງປະຊາຊົນລະຫວ່າງເຫດການຄວາມບໍ່ສະຫງົບ ຫລັງວັນທີ 15 ທັນວາ ມີຜູ້ປະທ້ວງເສຍຊີວິດເຖິງ 8 ຄົນຈາກການປະທະກັບເຈົ້າໜ້າທີ່ໃນເມືອງອາຢາກູໂຊ.
ໂດຍສະຖານະການທາງການເມືອງພາຍໃນເປລູບໍ່ຄ່ອຍດີ ຫລັງຈາກປະຊາຊົນຈຳນວນບໍ່ໜ້ອຍຜູ້ສະໜັບສະໜູນອະດີດປະທານາທິບໍດີ ເປໂດຣ ກັສຕິໂຢ ທີ່ຫາກໍຖືກຖອດຖອນອອກຈາກຕຳແໜ່ງໃນອາທິດຜ່ານມາ ອອກມາປະທ້ວງໃນຫລາຍເມືອງທົ່ວປະເທດ ເປັນເຫດໃຫ້ມີຜູ້ເສຍຊີວິດ ແລະ ບາດເຈັບຈຳນວນຫລາຍ ຈົນເປລູຕ້ອງປະກາດສະຖານະການສຸກເສີນ. ຂະນະທີ່ຜູ້ປະທ້ວງໄດ້ຮຽກຮ້ອງໃຫ້ມີການເລືອກຕັ້ງກ່ອນກຳນົດ ລວມທັງຮຽກຮ້ອງໃຫ້ນາງ Dina Boluarte ປະທານາທິບໍດີຄົນໃໝ່ລາອອກຈາກຕຳແໜ່ງ.
ການປະທ້ວງຍັງດຳເນີນຕໍ່ມາໃນວັນທີ 16 ທັນວາ ໂດຍຜູ້ປະທ້ວງໄດ້ປິດຖະໜົນສາຍຫລັກ ຈົນເຮັດໃຫ້ສະໜາມບິນຫລາຍແຫ່ງຕ້ອງປິດໃຫ້ບໍລິການນຳ ນັບແຕ່ການປະທ້ວງເກີດຂຶ້ນ ມີຜູ້ເສຍຊີວິດແລ້ວຢ່າງໜ້ອຍ 17 ຄົນ.
ອ້າງອີງ:

