ສສຊ ສະເໝີໃຫ້ຂະຫຍາຍສະຖານທີ່ເຮັດໜັງສືຜ່ານແດນ ແລະ ນຳໃຊ້ເຄື່ອງມືທັນສະໄໝເຂົ້າຊ່ວຍ ເພື່ອບໍ່ໃຫ້ມີການລຽນຄິວແອອັດ

ໃນວາລະກອງປະຊຸມສະໄໝສາມັນເທື່ອທີ 4 ຂອງສະພາແຫ່ງຊາດຊຸດທີ IX ວັນທີ 16 ທັນວານີ້ ໂດຍການເປັນປະທານຂອງ ທ່ານນາງ ສູນທອນ ໄຊຍະຈັກ ຮອງປະທານສະພາແຫ່ງຊາດ. ບັນດາສະມາຊິກສະພາແຫ່ງຊາດ (ສສຊ) ເຂດເລືອກຕັ້ງຕ່າງໆໄດ້ພິຈາລະນາຄົ້ນຄວ້າເນື້ອໃນບາງມາດຕາ ບາງຄໍາສັບຂອງຮ່າງກົດໝາຍວ່າດ້ວຍໜັງສືຜ່ານແດນ ຊຶ່ງເປັນກົດໝາຍສ້າງໃໝ່ເພື່ອໃຫ້ກົດໝາຍສະບັບນີ້ເປັນລະບົບຄົບຊຸດ, ສອດຄ່ອງຮັດກຸມ ເປັນບ່ອນອີງໃຫ້ແກ່ການຄຸ້ມຄອງ, ຕິດຕາມກວດກາວຽກງານໜັງສືຜ່ານແດນເພື່ອເຮັດໃຫ້ການປະຕິບັດວຽກງານດັ່ງກ່າວມີປະສິດທິພາບ, ປະສິດທິຜົນກວ່າເກົ່າ, ເປັນບ່ອນອີງທາງດ້ານກົດໝາຍທີ່ສຳຄັນໃຫ້ແກ່ກະຊວງການຕ່າງປະເທດ.
ທ່ານ ຄຳປະສິດ ເທບວົງສາ ສສຊ ເຂດເລືອກຕັ້ງ 16 ແຂວງເຊກອງ ໄດ້ປະກອບຄຳຄິດຄຳເຫັນໂດຍທ່ານໄດ້ສະເໝີໃຫ້ພາກສ່ວນທີ່ກ່ຽວຂ້ອງ ແກ້ໄຂກ່ຽວກັບ ກໍລະນີເຮັດໜັງສືຜ່ານແດນເສຍ ຫລື ໜັງສືຜ່ານແດນໝົດອາຍຸ ຕ້ອງຕໍ່ໃໝ່ ຈຳເປັນບໍທີ່ຈະຕ້ອງດຳເນີນການເຮັດເອກະສານເລີ່ມຕົ້ນໃໝ່ໝົດ ເນື່ອງຈາກວ່າຖານຂໍ້ມູນຕ່າງໆ ມີໃນລະບົບໝົດແລ້ວ, ທັງນີ້ ກໍເພື່ອແນໃສ່ສ້າງຄວາມສະດວກສະບາຍ ໃຫ້ປະຊາຊົນ ໂດຍສະເພາະຢູ່ນະຄອນຫລວງວຽງຈັນ ເຫັນວ່າສະຖານທີ່ດັ່ງກ່າວ ມີຄວາມແອອັດຫລາຍ ສະເໝີໃຫ້ຂະຫຍາຍສະຖານທີ່ ເຮັດວຽກດັ່ງກ່າວ, ພາກສ່ວນກ່ຽວຂ້ອງຄວນພິຈາລະນາການອອກບັດ ໂດຍນຳໃຊ້ເຄື່ອງມືເອເລັກໂຕນິກເຂົ້າມາຊ່ວຍ ເພື່ອລັດຂັ້ນຕອນໃນການດຳເນີນການ ທັງບໍ່ໃຫ້ປະຊາຊົນມາຖ້າລຽນຄິວ, ສະເໝີໃຫ້ພາກສ່ວນທີ່ກ່ຽວຂ້ອງພິຈາລະນາຄືນ ເພື່ອເຮັດໃຫ້ວຽກງານດັ່ງ ກ່າວສະດວກ, ວ່ອງໄວ, ທັນສະໄໝ ແລະ ເປັນລະບົບຫລາຍຂຶ້ນ.
ທ່ານ ຄຳມ່ວນ ຊົມສີຫາປັນຍາ ສສຊ ເຂດເລືອກຕັ້ງທີ 2 ແຂວງຜົ້ງສາລີ ໄດ້ປະກອບຄຳເຫັນກ່ຽວກັບການຍື່ນຄຳຮ້ອງ ແລະ ພິຈາລະນາຄຳຮ້ອງຂອງໜັງສືຜ່ານແດນ ຖ້າເຮົາຫັນເປັນທັນສະໄໝ (ອອນລາຍ) ມັນຈະສະດວກຫຼາຍ ຍ້ອນວ່າສັນຍານ 3 ຈີຂອງໂທລະສັບມືຖືກວມທົ່ວປະເທດ 98% ເຮັດໃຫ້ປະຊາຊົນສາມາດໃຊ້ໂທລະສັບມືຖືຍື່ນຄຳຮ້ອງກໍໄດ້ແຕ່ທາງກະຊວງການຕ່າງປະເທດຕ້ອງມີລະບົບອອນລາຍນີ້ຂຶ້ນມາເພື່ອບໍ່ໃຫ້ປະຊາຊົນລໍຖ້າລຽນຄິວເຂົ້າໄປຍື່ນເອກະສານ ຊຶ່ງໃນໄລຍະຜ່ານມາປະຊາຊົນພົບຄວາມຫຍຸ້ງຍາກໃນການມາຍື່ນເອກະສານບາງຄົນມານອນລໍຖ້າເປັນທິດເຫັນວ່າມັນລໍາບາກໃຫ້ແກ່ປະຊາຊົນ, ຖ້າຫາກມີລະບົບດັ່ງກ່າວມັນຈະງ່າຍຂຶ້ນ, ການພິຈາລະນາຮັບກໍເຊັ່ນກັນໃນເມື່ອເຮົາບໍລິການແບບອອນລາຍ ເຮົາກໍມີການກວດສອບເອກະສານຄົບຖ້ວນແລ້ວ ແລະ ມີການນັດໝາຍຜ່ານລະບົບອອນລາຍ, ນັດປະຊາຊົນຕາມຄວາມສາມາດຂອງພະນັກງານເຮົາຮັບໄດ້ ເຮົາກໍນັດມາທໍ່ນັ້ນຄົນເພື່ອປະຢັດເວລາ ແລະ ບໍ່ໃຫ້ປະຊາຊົນມາອັ່ງອໍແອອັດຢູ່ໜ້າກົມກົງສູນ ຊຶ່ງເປັນບັນຫາຊໍາເຮື້ອມາເຖິງປັດຈຸບັນ, ນີ້ເປັນວິທີທາງທີ່ດິທີ່ສຸດ ແລະ ເຮັດກໍບໍ່ຍາກລົງທຶນບໍ່ຫຼາຍ.

