IEA ຄາດວ່າການຊົມໃຊ້ຖ່ານຫີນທົ່ວໂລກ ເພີ່ມສູງຂຶ້ນເປັນປະຫວັດສາດໃນປີນີ້

ສຳນັກງານພະລັງງານສາກົນ (IEA) ລາຍງານໃນວັນທີ 16 ທັນວາວ່າ: ການຊົມໃຊ້ຖ່ານຫີນທົ່ວໂລກມີທ່າອ່ຽງສູງຂຶ້ນເຖິງລະດັບສູງສຸດເປັນປະຫວັດສາດໃນປີ 2022 ແລະ ຈະຍັງຢູ່ໃນລະດັບຄ້າຍຄືກັນນີ້ໃນໄລຍະຫລາຍປີຕໍ່ໜ້າ ຖ້າບໍ່ມີຄວາມພະຍາຍາມໃນການປ່ຽນແປງໄປສູ່ການເປັນເສດຖະກິດທີ່ປອດກາກບອນເພີ່ມຂຶ້ນ.
IEA ລະບຸວ່າ: ລາຄາແກັສເພີ່ມສູງຂຶ້ນຈາກການຮຸກຮານຢູເຄຣນຂອງຣັດເຊຍ ແລະ ບັນຫາຕັດຂັດດ້ານອຸປະທານ ເຮັດໃຫ້ບາງປະເທດຫັນມາໃຊ້ຖ່ານຫີນທີ່ມີລາຄາຖືກກວ່າໃນປີນີ້.
ຂະນະດຽວກັນ, ຄື້ນຄວາມຮ້ອນ ແລະ ໄພແຫ້ງແລ້ງໃນຫລາຍພາກພື້ນກໍເປັນອີກປັດໄຈໜຶ່ງທີ່ຊຸກດັນໃຫ້ອຸປະສົງພະລັງງານໄຟຟ້າເພີ່ມສູງຂຶ້ນ ແລະ ເຮັດໃຫ້ການຜະລິດໄຟຟ້າຈາກພະລັງງານນ້ຳຫລຸດລົງ. ຂະນະທີ່ການຜະລິດພະລັງງານນິວເຄຼຍອ່ອນແອລົງ ໂດຍສະເພາະໃນເອີຣົບ ເຊິ່ງຝຣັ່ງໄດ້ຢຸດການເຮັດວຽກຂອງເຕົາປະຕິກອນນິວເຄຼຍຊົ່ວຄາວ ເພື່ອບຳລຸງຮັກສາ.
ລາຍງານຄາດຄະເນການນຳໃຊ້ຖ່ານຫີນທົ່ວໂລກປະຈຳປີຂອງ IEA ລະບຸວ່າ: ປະລິມານການໃຊ້ຖ່ານຫີນອາດສູງຂຶ້ນ 1,2% ໃນປີນີ້ ເຊິ່ງສູງເຖິງລະດັບ 8 ພັນລ້ານໂຕນໃນໄລຍະເວລາພຽງປີດຽວເປັນຄັ້ງທຳອິດ ແລະ ທຳລາຍສະຖິຕິເກົ່າທີ່ເຄີຍສ້າງໄວໃນປີ 2013.
ລາຍງານຂອງ IEA ຍັງຄາດຄະເນອີກວ່າ: ການຊົມໃຊ້ຖ່ານຫີນຈະຄົງຢູ່ລະດັບດັ່ງກ່າວຈົນຮອດປີ 2025 ເນື່ອງຈາກການຫລຸດລົງໃນຕະຫລາດທີ່ອີ່ມຕົວແລ້ວຈະຖືກທົດແທນດ້ວຍອຸປະສົງທີ່ແຂງແຮງຢ່າງຕໍ່ເນື່ອງໃນປະເທດເສດຖະກິດເກີດໃໝ່ໃນອາຊີ.
ທັງນີ້, ອິນເດຍມີທ່າອ່ຽງຈະເປັນປະເທດທີ່ມີຄວາມຕ້ອງການຖ່ານຫີນເພີ່ມຂຶ້ນຫລາຍທີ່ສຸດໃນລະດັບ 7%, ຮອງລົງມາແມ່ນສະຫະພາບເອີຣົບ (EU) 6% ແລະ ຈີນ 0,4%.

