ປະຊາຊົນອິນເດຍເສຍຊີວິດຈາກການດື່ມເຫລົ້າເຖື່ອນ ຢ່າງໜ້ອຍ 31 ຄົນ

ເຈົ້າໜ້າທີ່ຂອງອິນເດຍລະບຸວ່າ ມີປະຊາຊົນຢ່າງໜ້ອຍ 31 ຄົນ ເສຍຊີວິດຫລັງດື່ມເຫລົ້າເຖື່ອນທີ່ເປັນພິດຕໍ່ຮ່າງກາຍ ແລະ ມີອີກຫລາຍຄົນຕ້ອງເຂົ້າໂຮງໝໍເພື່ອປິ່ນປົວ.

ເຈົ້າໜ້າທີ່ຂອງ ລັດພິຫານ ທາງພາກຕາເວັນອອກຂອງອິນເດຍ ບັງຄັບໃຊ້ກົດໝາຍຫ້າມຊື້ ຫລື ຂາຍເຫລົ້າພາຍໃນລັດ ເຜີຍວ່າການເສຍຊີວິດສ່ວນໃຫຍ່ເກີດຂຶ້ນໃນ 2 ບ້ານຂອງລັດພິຫານ ເຊິ່ງການຂາຍ ແລະ ດື່ມເຫລົ້າຖືກຫ້າມໃນປີ 2017

ສື່ທ້ອງຖິ່ນລາຍງານວ່າ ມີຜູ້ເສຍຊີວິດຫລາຍເຖິງ 31 ຄົນ ແລະ 55 ຄົນກຳລັງປິ່ນປົວຢູ່ໂຮງໝໍ, ສ່ວນທາງການໄດ້ປາບປາມຮ້ານຂາຍເຫລົ້າມາໂດຍຕະຫລອດ ແລະ ສາມາດຈັບກຸມຜູ້ກະທຳຜິດໄດ້ 126 ຄົນໃນຊ່ວງ 48 ຊົ່ວໂມງຫລັງເຫດການຖືກລາຍງານ.