ເກີດເຫດນໍ້າຖ້ວມ-ດິນເຈື່ອນຢູ່ ປະເທດກົງໂກ ເສຍຊີວິດແລ້ວ 120 ຄົນ

ສຳນັກຂ່າວຕ່າງປະເທດ ລາຍງານຈາກ ນະຄອນຫລວງ ບຼາຊາວິນ ປະເທດ ກົງໂກ ໃນວັນທີ 14 ທັນວາ 2022 ວ່າ: ສຳນັກງານ ບໍລິຫານ ແລະ ຈັດການໄພພິບັດຂອງປະເທດ ກົງໂກ ລາຍງານວ່າ ເກີດເຫດນໍ້າຖ້ວມ ແລະ ດິນເຈື່ອນຫລາຍຈຸດໃນເມືອງຫລວງ ຄິນຊາຊາ ສ້າງຄວາມເສຍຫາຍໃຫ້ແກ່ ພື້ນທີ່ຫລາຍແຫ່ງ ແລະ ສົ່ງຜົນໃຫ້ ມີຜູ້ເສຍຊີວິດ ຢ່າງໜ້ອຍ 120 ຄົນ ແລະ ຍັງມີຜູ້ສູນຫາຍ ຈຳນວນຫລາຍ.
ລັດຖະມົນຕີກະຊວງສາທາລະນະສຸກບອກກັບສຳນັກຂ່າວຣອຍເຕີວ່າ: ຈຳນວນຜູ້ເສຍຊີວິດອາດເພີ່ມຂຶ້ນອີກເປັນຈຳນວນຫລາຍ ປັດຈຸບັນ ເຈົ້າໜ້າທີ່ກ່ຽວຂ້ອງພວມເລັ່ງໃຫ້ການຊ່ວຍເຫລືອຜູ້ປະສົບເຄາະຮ້າຍດັ່ງກ່າວ.

