ກວາດທຸກສະຖິຕິ, ເມສຊີ ຂຶ້ນທຽບ 3 ຕຳນານບານໂລກ ຍິງປະຕູລວມແອສຊິສ ຫລາຍທີ່ສຸດນັບຈາກປີ 1966

“ Sofascore ” ເວັບໄຊຜູ້ຮວບຮວມຂໍ້ມູນສະຖິຕິໃນວົງການບານຊື່ດັງ ເປີດເຜີຍອີກ 1 ສະຖິຕິທີ່ ລີໂອເນລ ເມສຊີ ຍອດາວຍິງທີມຊາດອາເຈນຕີນາເຮັດໄດ້ ຫລັງຍິງ 1 ຈ່າຍ 1 ໃນບານໂລກ 2022 ຮອບຮອງຊະນະເລີດ ທີ່ຖະຫລົ່ມທີມຊາດໂຄຣເອເຊຍ 3-0 ຜ່ານເຂົ້າຮອບຊີງຊະນະເລີດໃນວັນອາທິດທີ 18 ທັນວານີ້ ໄປຖ້າພົບຜູ້ຊະນະລະຫວ່າງ ທີມຊາດຝຣັ່ງ ຫລື ທີມຊາດໂມຣ໊ອກໂກ.
ສ່ວນ ເມສຊີ ອາຍຸ 35 ປີ ທີ່ຜ່ານບານໂລກມາແລ້ວ 5 ສະໄຫມ (ປີ 2006, 2010, 2014, 2018, 2022) ກາຍເປັນນັກເຕະທີ່ 4 ຕໍ່ຈາກ ແກຣດ ມູລເລີ (ເຢຍລະມັນ), ໂຣນັລໂດ (ບຣາຊິລ) ແລະ ມີໂຣສະລາຟ (ເຢຍລະມັນ) ທີ່ມີສ່ວນຮ່ວມກັບການໄດ້ປະຕູຫລາຍທີ່ສຸດ (ຍິງປະຕູ ລວມກັບ ແອສຊິສ) ໃນບານໂລກຮອບສຸດທ້າຍ ດ້ວຍຜົນງານ 19 ປະຕູເທົ່າກັນ ນັບຕັ້ງແຕ່ມີການເກັບຂໍ້ມູນບັນທຶກສະຖິຕິຢ່າງເປັນທາງການເມື່ອປີ 1966 ດັ່ງນີ້.
- ແກຣັດ ມູລເລີ (ເຢຍລະມັນ – ບານໂລກ 1970, 1974) 19 ປະຕູ (14 ປະຕູ, 5 ແອສຊິສ)
- ໂຣນັລໂດ (ບຣາຊິລ – ບານໂລກ 1998, 2002, 2006) 19 ປະຕູ (15 ປະຕູ, 4 ແອສຊິດ)
3 ມິໂຣສະລາຟ ໂຄລເຊ (ເຢຍລະມັນ-ບານໂລກ 2002, 2006, 2010, 2014) 19 ປະຕູ (16 ປະຕູ, 3 ແອສຊິດ)
- ລີໂອເນລ ເມສຊີ (ອາເຈນຕິນາ-ບານໂລກ 2006, 2010, 2014, 2018, 2022) 19 ປະຕູ (11 ປະຕູ, 8 ແອສຊິສ)
.

