ໂປຣຕຸເກສ ເລັງຄວ້າ ມູຣິນໂຢ ຄຸມທີມຊາດ

ໂປຣຕຸເກສ ກຽມສ້າງຄວາມຮືຮາ ຢາກໄດ້ ມູຣິນໂຢ ມາຄຸມທີມຊາດແທນ ຊານໂຕສ ສື່ອິຕາລີເປີດເຜີຍວ່າໄດ້ຕິດຕໍ່ແລ້ວ ແລະ ຍັງໃຈດີໃຫ້ຄວບຄຸມ ໂຣມາ ໄປນຳ.

ທີມຊາດ ໂປຣຕຸເກສ ຕົກເປັນຂ່າວວ່າໄດ້ທາບທາມ ໂຈເຊ ມູຣິນໂຢ ຜູ້ຈັດການທີມຄົນດັງໃຫ້ມາເຮັດໜ້າທີ່ເປັນຜູ້ຈັດການທີມຄົນໃຫມ່ ແທນທີ່ ເຟີນານໂດ ຊານໂຕສ ຜູ້ຈັດການທີມຄົນປັດຈຸບັນ.

ສື່ໃນອິຕາລີ ລາຍງານວ່າ ເຖິງຈະເຄີຍພາທີມຄວ້າແຊ໊ມຢູໂຣ 2016 ແຕ່ຊານໂຕສ ເຊິ່ງຄຸມທີມຊາດມາດົນເຖິງ 6 ປີ ພວມຈະຖືກຍ້າຍອອກໃນໄວໆນີ້ ຫລັງເຮັດໃຫ້ ໂປຣຕຸເກສ ຈອດປ້າຍພຽງຮອບ 8 ທີມສຸດທ້າຍ ບານໂລກ 2022 ດ້ວຍການເສຍພິກລັອກຕໍ່ ໂມຣ໊ອກໂກ 0-1 ໂດຍຄົນທີ່ ໂປຣຕຸເກສ ຕ້ອງການໄດ້ມາແທນກໍຄື ມູຣິນໂຢ ເຊິ່ງປັດຈຸບັນຄຸມທີມ ໂຣມາ ໃນອິຕາລີ ນັ້ນເອງ.

ສື່ດັ່ງກ່າວ ລະບຸວ່າ ໂປຣຕຸເກສ ໄດ້ຕິດຕໍ່ທາບທາມ ມູຣິນໂຢ ແລ້ວ ແລະ ຈະໃຫ້ເຂົ້າມາເລີ່ມວຽກຕັ້ງແຕ່ປີໜ້າເປັນຕົ້ນໄປ ເພື່ອໃຫ້ອະດີດຜູ້ຈັດການ ທີມເຊລຊີ ແລະ ແມນເຊສເຕີ ຢູໄນເຕັດ ມີເວລາກຽມຕົວກ່ອນພາທີມລົງຫລິ້ນໃນການແຂ່ງຂັນບານຢູໂຣ 2024 ຮອບຄັດເລືອກ ນັດທຳອິດກັບ ລິກເຕນສະໄຕ ໃນວັນທີ 24 ມີນາ ທີ່ຈະເຖິງນີ້.

ນອກຈາກນັ້ນ ໂປຣຕຸເກສ ຍັງຈະໃຫ້ ມູຣິນໂຢ ມີອິດສະລະໃນການເຮັດທີມຮູບແບບຕົນເອງໄດ້ເຕັມທີ່ ແລະ ທີ່ສຳຄັນຄືຍັງຈະໃຫ້ລາວ ຄວບງານຄຸມທີມ ໂຣມາ ຂະນະທີ່ຄຸມທີມຊາດໄປນຳອີກ.