ຈັບສາມສະຫາຍ ຢູ່ເມືອງບໍລິຄຳໄຊ ປຸ້ນຈີ້ຊີງຊັບເຈົ້າຂອງຮ້ານເຫລັກເສດ

ປກສ ແຂວງບໍລິຄຳໄຊລາຍງານໃຫ້ຮູ້ວ່າ: ວັນທີ 12 ພະຈິກ 2022 ຜ່ານມາ ມີຄະດີການປຸ້ນຈີ້ເອົາເງິນເກີດຂຶ້ນ ຢູ່ບ້ານທົ່ງນ້ອຍ ເມືອງປາກຊັນ ແຂວງບໍລິຄໍາໄຊ ຜູ້ເສຍຫາຍ ທ້າວ ຮາ ວັນ ມາຍ ອາຍຸ 47 ປີ, ສັນຊາດຫວຽດນາມ, ມູນຄ່າເສຍຫາຍມີເງິນກີບຈໍານວນ 16.000.000 ກີບ, 1.000 ບາດ, 300 ໂດລາ, 500.000 ດົ່ງ ແລະ ໂທລະສັບມືຖື 1 ເຄື່ອງ.
ຮອດວັນ 13 ພະຈິກ 2022 ເຈົ້າໜ້າທີ່ສາມາດຈັບເປົ້າໝາຍໄດ້ 2 ຄົນ ຄື: ທ້າວ ສຸວິໄຊ ຫຼື ຄໍາຮູ້ ອາຍຸ 24 ປີ ແລະ ທ້າວ ຂັນ ອາຍຸ 36 ປີ, ສ່ວນ ເປົ້າໝາຍອີກຄົນຊື່ ທ້າວ ວົງເດືອນ ຫຼື ຈ່ອຍ ອາຍຸ 28 ປີ ແມ່ນໄດ້ເອົາຕົວຫລົບໜີ, ທັງ 3 ຢູ່ບ້ານຫ້ວຍຄູນ ເມືອງບໍລິຄັນ ແຂວງບໍລິຄໍາໄຊ ແລະ ວັນ ດຽວກັນ ຜູ້ປົກຄອງ ທ້າວ ວົງເດືອນ ໄດ້ນໍາຕົວຜູ້ກ່ຽວມາ ມອບໃຫ້ເຈົ້າໜ້າທີ່.
ຜ່ານການສອບສວນໃນເບື້ອງຕົ້ນ ທັງ 3ສາລະພາບວ່າ: ກ່ອນຈະໄປກໍ່ເຫດທັງ 3 ຄົນ ໄດ້ພາກັນນັ່ງຫລິ້ນເກມຢູ່ເຮືອນຂອງ ທ້າວ ຂັນ ແລ້ວ ທ້າວ ຄໍາຮູ້ ກໍໄດ້ວາງແຜນການປຸ້ນເອົາເງິນຂອງຄົນຫວຽດນາມທີ່ຊື້ເຫລັກເສດ, ຮ້ານຕັ້ງຢູ່ບ້ານທົ່ງນ້ອຍ ເພາະຜ່ານມາ ທ້າວ ຄໍາຮູ້ ແມ່ນ ເຄີຍຂາຍເຫລັກເສດໃຫ້ຮ້ານດັ່ງກ່າວຈໍານວນຫລາຍຄັ້ງ.
ໂດຍ ທ້າວ ຄໍາຮູ້ ໄດ້ວາງແຜນການວ່າ: ໃຫ້ ທ້າວ ວົງເດືອນ ເປັນຄົນລັດລົດທ້າວ ຮາ ວັນ ມາຍ ໃນເວລາທີ່ ທ້າວ ຄໍາຮູ້ ໄດ້ໂທບອກມາຫາບ່ອນນັດໝາຍ ເພື່ອຕົວະວ່າ ມີເຫລັກເສດຈະຂາຍໃຫ້; ເມື່ອມາຮອດແລ້ວ ໃຫ້ຈີ້ເອົາເງິນ ແລ້ວມາແບ່ງປັນກັນ.
ຫຼັງຈາກຕົກລົງກັນລະອຽດແລ້ວ, ຮອດເວລາປະມານ 22:00 ໂມງ ຂອງວັນດຽວກັນ ພວກກ່ຽວທັງ 3 ຄົນ ປະຕິບັດຕາມແຜນການທີ່ວາງໄວ້; ຈາກນັ້ນ, ໄດ້ຂີ່ລົດຈັກເວບຈີນສີແດງດໍາ ບໍ່ມີປ້າຍທະບຽນ ເຊິ່ງເປັນລົດ ຂອງທ້າວ ວົງເດືອນ ຊ້ອນ 3 ໄປຖ້າຢູ່ບ່ອນນັດໝາຍພໍຂີ່ໄປຮອດຫນ້າໂຮງງານຢາງພາລາທາງຮ່ອມບ່ອນດູດຫີນ- ຊາຍ ກໍໄດ້ພາກັນຈອດລົດຈັກ, ໂດຍ ທ້າວ ຄໍາຮູ້ ໄດ້ວາງແຜນການໃຫ້ທ້າວ ວົງເດືອນ ນັ່ງເຝົ້າລົດຈັກຢູ່ແຄມທາງ ຈາກນັ້ນ, ທ້າວ ຄໍາຮູ້ ແລະ ທ້າວຂັນ ກໍໄດ້ເອົາ ເສື້ອປິດຫນ້າ ແລະ ຖືມີດຄົນລະດວງລົງໄປລີ້ຢູ່ແຄມທາງ, ຜ່ານໄປປະມານ 20 ນາທີ, ທ້າວ ຮາ ວັນ ມາຍ ແລະ ນາງ ຫງວຽນ ທິ ທີ (ຜົວ-ເມຍ) ໄດ້ຂີ່ລົດຍີ່ຫໍ້ SOJEN ມາຈາກຈຸດນັດໝາຍ ແລ້ວພວກກ່ຽວກໍເອົາມີດຈີ້ເອົາ ກະເປົາເງິນຂອງ ທ້າວ ຮາ ວັນ ມາຍ ແລ້ວພາກັນຫລົບໜີ.
ຄະດີດັ່ງກ່າວ, ເຈົ້າໜ້າທີ່ວິຊາສະເພາະ ສາມາດເກັບ ກູ້ເຄື່ອງຂອງກາງໄດ້ຈໍານວນໜຶ່ງ ມີຄື: ເງິນກີບ 4.400.000 ກີບ, ເງິນດົ່ງ 210.000 ດົ່ງ, ເງິນຢວນ 1 ຢວນ, ເງິນໂດລາ 1 ໂດລາ, ໂທລະສັບ 1 ເຄື່ອງ, ລົດຈັກ ເວບຈີນສີແດງ ບໍ່ມີປ້າຍທະບຽນ 1 ຄັນ, ເສື້ອແຂນສັ້ນສີ ດໍາທີ່ໃຊ້ປິດຫນ້າເວລາກໍ່ເຫດ 2 ຜືນ, ມີດ 1 ດວງ ແລະ ຢາບ້າ 5 ເມັດ.
ຄະດີດັ່ງກ່າວແມ່ນຢູ່ໃນຂັ້ນຕອນການສົ່ງໃຫ້ໄອຍະການ ເພື່ອຟ້ອງຕໍ່ສານຕັດສີນຕາມລະບຽບກົດໝາຍ.

