ລັດຖະບານກຳປູເຈຍ ແຈກເງິນສົດໃຫ້ກວ່າ 3 ແສນຄອບຄົວ ທີ່ໄດ້ຮັບຜົນກະທົບຈາກໄພເງິນເຟີ້ ແລະ ໄພພິບັດທາງທຳມະຊາດ

ສຳນັກຂ່າວຕ່າງປະເທດລາຍງານວ່າ: ວັນທີ 10 ທັນວາ 2022 ນີ້ ກຳປູເຈຍໄດ້ເລີ່ມຢາຍເງິນສົດໃຫ້ກັບປະຊາຊົນປະມານ 1.3 ລ້ານຄົນ ປະມານ 360,000 ຄອບຄົວທີ່ໄດ້ຮັບຜົນກະທົບຈາກແຮງກົດດັນເງິນເຟີ້ ແລະ ໄພພິບັດຄັ້ງລ່າສຸດ.

ທາງລັດຖະບານຖະແຫລງວ່າ: ຈະໃຊ້ເງິນທັງໝົດປະມານ 31 ລ້ານ ໂດລາສະຫະລັດ ສຳລັບຄອບຄົວທີ່ໄດ້ຮັບຜົນກະທົບຈາກແຮງກົດຈາກເງິນເຟີ້ ແລະ ອີກ 15 ລ້ານ ໂດລາສະຫະລັດ ສຳລັບຄອບຄົວທີ່ປະສົບໄພພິບັດເມື່ອບໍ່ດົນມານີ້ ເປັນໄລຍະເວລາ 3 ເດືອນ ເລີ່ມຕັ້ງແຕ່ເດືອນທັນວາ ເຖິງເດືອນກຸມພາ.

ຄຳສັ່ງທີ່ລົງນາມໂດຍ ສົມເດັດ ຮຸນເຊນ ນາຍົກລັດຖະມົນຕີ ກຳປູເຈຍເມື່ອອາທິດທີ່ຜ່ານມາ ຊີ້ວ່າກະຊວງການວາງແຜນຂອງປະເທດເປັນຜູ້ຄັດເລືອກຄອບຄົວທີ່ໄດ້ຮັບເງິນ.