ສະຫະລັດອາເມຣິກາ ພົບຄົນເຈັບເປັນ ໄຂ້ຫວັດໃຫຍ່ ຫລາຍກວ່າ 25,000 ຄົນ ເສຍຊີວິດແລ້ວ 7,300 ຄົນ

ສຳນັກຂ່າວຕ່າງປະເທດລາຍງານວ່າ: ໃນວັນທີ 10 ທັນວາ 2022 ນີ້ ສູນຄວບຄຸມ ແລະ ປ້ອງກັນພະຍາດສະຫະລັດ ລາຍງານວ່າຈຳນວນຜູ້ເຂົ້າຮັກສາຕົວໃນໂຮງໝໍດ້ວຍພະຍາດໄຂ້ຫວັດໃຫຍ່ພາຍໃນປະເທດ ເພີ່ມຂຶ້ນສູງຫລາຍກວ່າ 25,000 ຄົນ ໃນອາທິດທີ່ຜ່ານມາ.

ລາຍງານລະບຸວ່າ: ການລະບາດຂອງພະຍາດໄຂ້ຫວັດໃຫຍ່ຕາມລະດູການຍັງຈະເພີ່ມຂຶ້ນອີກ ໂດຍປັດຈຸບັນສະຫະລັດ ກວດພົບຄົນເຈັບຢ່າງໜ້ອຍ 13 ລ້ານຄົນ ຜູ້ເຂົ້າຮັກສາໃນໂຮງໝໍ 120,000 ຄົນ ແລະ ເສຍຊີວິດແລ້ວ 7,300 ຄົນ ໃນລະດູການລະບາດນີ້.