Gordon Ramsay ຍົກໃຫ້ລາວ ແລະ ຫວຽດນາມ ເປັນ ”ທີ່ສຸດໃນໂລກ” ທາງດ້ານອາຫານ

ລະຫວ່າງການເດີນທາງໄປກຸງໂຊ ປະເທດເກົາຫລີໃຕ້ ເພື່ອເປີດຮ້ານອາຫານ Gordon Ramsay Street Pizza ໃນເດືອນທີ່ຜ່ານມາ, Gordon Ramsay ເຊບຊື່ດັງຄົນອັງກິດ ເຈົ້າຂອງລາງວັນມິຊລີນ 15 ດາວ, ຜູ້ມີຊື່ສຽງທາງດ້ານການເຮັດອາຫານທີ່ມີນິໄສການເວົ້າແບບກົງໄປກົງມາ, ໄດ້ໃຫ້ສໍາພາດກັບຢູທູບເບີຄົນເກົາຫລີ ເຊິ່ງມີເນື້ອຫາບາງຊ່ວງໄດ້ຖາມເຖິງສະຖານທີ່ທີ່ມີຄວາມເປັນ “ທີ່ສຸດ” ທາງດ້ານອາຫານໃນສາຍຕາກໍດອນ

.

ຫລັງຈາກຕັ້ງຄໍາຖາມຈົບ Chef Gordon ໄດ້ຕອບແບບໃຊ້ເວລາຄິດບໍ່ດົນວ່າ ສະຖານທີ່ທີ່ເປັນອັນດັບ 1 ດ້ານອາຫານໃນຄວາມຄິດເຫັນສ່ວນຕົວແມ່ນປະເທດລາວ, ຫວຽດນາມ ແລະ ກຸງມາດຣິດ ປະເທດສະເປນ

.

Chef Gordon ບອກວ່າຕົວເອງຫາກໍກັບຈາກປະເທດລາວ, ໄດ້ເດີນທາງໄປຫລາຍແຂວງທົ່ວລາວ ໃນພື້ນທີ່ທີ່ເປັນຊົນນະບົດ ແລະ ບໍ່ແມ່ນແຫລ່ງທ່ອງທ່ຽວ ເຊິ່ງອາຫານຈາກທ້ອງຖິ່ນເຫລົ່ານັ້ນ ດີເລີດ ແລະ ເປັນ ທີ່ສຸດ ສໍາຫລັບລາວ

.

ລາວຍັງໄດ້ຊົມເຊີຍຫວຽດນາມອີກວ່າເປັນປະເທດທີ່ມີຄວາມຫລາກຫລາຍຂອງອາຫານ ແລະ ຫາກິນໄດ້ແບບບໍ່ຍາກ ອັນເປັນສາເຫດທີ່ເຮັດໃຫ້ລາວມັກຫວຽດນາມ, ພ້ອມດຽວກັນກຸງມາດຣິດກໍມີຫລາຍສິ່ງຫລາຍຢ່າງໃຫ້ລອງ. ແຕ່ສຸດທ້າຍກໍກັບມາສະຫລຸບຢ່າງໜັກແໜ້ນໃນຕອນທ້າຍວ່າອັນດັບໜຶ່ງຂອງເມືອງແຫ່ງອາຫານສໍາລັບຕົວເອງໃນຕອນນີ້ແມ່ນປະເທດລາວເທົ່ານັ້ນ

 

ທີ່ມາ: nextshark.com