ລັດຖະບານ ຈະບໍ່ອະນຸມັດ ໂຄງການຂຸດຄົ້ນແຮ່ເຫຼັກແບບທົດລອງເພີ່ມໃໝ່ ຍ້ອນລາຄາເຫລັກໂລກຫລຸດລົງ ແລະ ສົ່ງອອກບໍ່ໄດ້ຕາມແຜນ

ທ່ານ ພັນຄໍາ ວິພາວັນ ນາຍົກລັດຖະມົນຕີ ໄດ້ກ່າວຄຳເຫັນສັງລວມ ແລະ ຊີ້ແຈງເພີ່ມຕື່ມ ກ່ຽວກັບວຽກງານຂອງລັດຖະບານ ຕໍ່ກອງປະຊຸມສະໄໝສາມັນ ເທື່ອ 4 ຂອງສະພາແຫ່ງຊາດ ຊຸດທີ IX ໃນຕອນບ່າຍວັນທີ 9 ທັນວາ 2022 ນີ້ວ່າ: ໂຄງການຂຸດຄົ້ນແຮ່ເຫຼັກ ແບບທົດລອງ ແມ່ນໂຄງການທີ່ລັດຖະບານຈັດຕັ້ງປະຕິບັດ ຕາມເນື້ອໃນຈິດໃຈຂອງວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ.  ຜ່ານການຈັດຕັ້ງປະຕິບັດ ໂຄງການເຮັດທົດລອງແຮ່ທາດ ສາມາດເກັບລາຍຮັບໄດ້ໃນລະດັບ ໜຶ່ງ ເຖິງຈະບໍ່ບັນລຸຕາມແຜນການທີ່ວາງໄວ້ ແຕ່ກໍປະກອບສ່ວນໃນການສ້າງຖານລາຍຮັບໃນລະດັບທີ່ແນ່ນອນ.

ປັດຈຸບັນ ລາຄາແຮ່ເຫຼັກໃນຕະຫຼາດໂລກໄດ້ຫຼຸດລົງຫຼາຍ ຖ້າທຽບໃສ່ໃນໄລຍະຕົ້ນ ເນື່ອງຈາກປັດໄຈພາຍໃນ ແລະ ພາຍນອກ ການສົ່ງອອກພົບຄວາມຫຍຸ້ງຍາກ ແລະ ບໍ່ໄດ້ຕາມແຜນການ (ແຜນການ 12.634.900 ໂຕນ, ສົ່ງອອກຕົວຈິງໄດ້ແຕ່ 402,76 ໂຕນ ຫຼື ປະມານ 3,18% ຂອງແຜນການ) ເພື່ອແກ້ໄຂບັນຫາດັ່ງກ່າວ ລັດຖະບານໄດ້ ຄົ້ນຄວ້າທຸກວິທີແກ້ໄຂບັນຫາດັງກ່າວ ທັງຊຸກຍູ້ຕິດຕາມ ແລະ ກວດກາ ການດໍາເນີນກິດຈະການຂອງບັນດາບໍລິສັດທີ່ໄດ້ເຊັນສັນຍາແລ້ວ ດັ່ງນີ້:

1). ໄດ້ທົບທວນພັນທະແບບມອບເໝົາ ການເຮັດທົດລອງຂຸດຄົ້ນແຮ່ເຫຼັກຄືນໃໝ່ ໂດຍການກຳນົດເອົາເປັນເປີເຊັນ ຕາມການຂຶ້ນລົງຂອງລາຄາຊື້-ຂາຍແຮ່ເຫຼັກໃນຕະຫຼາດສາກົນ (ບໍ່ເກັບແບບເດັດຖານ ຄືດັ່ງທີ່ໄດ້ກຳນົດໄວ້);

2). ກໍານົດພັນທະການມອບເໝົາໂດຍການແບ່ງຕາມຄຸນນະພາບຂອງແຮ່ເຫຼັກ ແລະ

3). ການເກັບພັນທະ ອາດຈະຕ້ອງໄດ້ສຶກສາເປັນແຕ່ລະກໍລະນີ ເນື່ອງຈາກວ່າທີ່ຕັ້ງຂອງໂຄງການ ແລະ ຄວາມເຂັ້ມຂຸ້ນຂອງແຮ່ທາດ ຢູ່ເລິກ ຢູ່ຕື້ນ ແມ່ນກ່ຽວກັບຄຸນນະພາບຂອງແຮ່ເຫຼັກທີ່ແຕກຕ່າງກັນ ອັນໄດ້ສົ່ງຜົນກະທົບຕໍ່ຕົ້ນທຶນການຜະລິດ ແລະ ການຈໍາໜ່າຍສິນຄ້າ.

ໃນກໍລະນີທີ່ລາຄາໃນຕະຫຼາດໂລກ ສືບຕໍ່ຫຼຸດລົງເລື້ອຍໆ ຫຼື ວ່າຫຼຸດລົງກວ່າ 50 ໂດລາ ຕໍ່ໂຕນ ຄືກັບໄລຍະທ້າຍປີ 2015-2016, ລັດຖະບານ ກໍເຫັນວ່າຈະໄດ້ຢຸດການສົ່ງອອກ ເພື່ອຮັກສາໄວ້ສະໜອງເຂົ້າໂຮງງານຫຼອມເຫຼັກ ທີ່ອາດເກີດຂຶ້ນໃນຕໍ່ໜ້າ ຫຼື ລໍຖ້າການປັບຂຶ້ນຂອງລາຄາຈຶ່ງສົ່ງອອກຕໍ່. ແຕ່ສຳລັບແຜນກໍ່ສ້າງໂຮງງານຫຼອມເຫຼັກ ໄດ້ຊຸກຍູ້ໃຫ້ລັດວິສາຫະກິດພັດທະນາແຮ່ທາດລາວ ສຶກສາຄວາມເປັນໄປໄດ້ ທາງດ້ານເສດຖະກິດ-ເຕັກນິກ ເພື່ອດຶງດູດ ແລະ ສົ່ງເສີມໃຫ້ນັກລົງທຶນທັງພາຍໃນ ແລະ ຕ່າງປະເທດ ມາຮ່ວມລົງທຶນ. ແຕ່ການຕັ້ງໂຮງງານດັ່ງກ່າວ ກໍຍັງບໍ່ງ່າຍ ເພາະຕ້ອງມີຂະບວນການຕ່າງໆ ເປັນຕົ້ນ ເຊື້ອໄຟພະລັງງານຄວາມຮ້ອນ…. ຊຶ່ງບໍ່ຖ່ານຫີນທີ່ເຮົາມີແຕ່ລະບ່ອນ ແມ່ນບໍ່ໄດ້ຄວາມຮ້ອນທີ່ເໝາະສົມ.

ການຈັດຕັ້ງປະຕິບັດໂຄງການຂຸດຄົ້ນແຮ່ເຫຼັກແບບທົດລອງ ຍັງມີບັນຫາຄົງຄ້າງຈໍານວນໜຶ່ງ ທີ່ລັດຖະບານຈະຕ້ອງສືບຕໍ່ປັບປຸງແກ້ໄຂ ຊຶ່ງນັບແຕ່ຕົ້ນປີນີ້ເປັນຕົ້ນມາ ກໍໄດ້ມີການພິຈາລະນາໂຈະການອະນຸມັດໃໝ່ ແລະ ໄດ້ມາເນັ້ນກັນຕື່ມໃນເດືອນ 11 ຜ່ານມາໂດຍໄດ້ໂຈະຢ່າງຂາດຕົວ ເພື່ອໃຫ້ຂະແໜງການກ່ຽວຂ້ອງ ປະເມີນຜົນການຈັດຕັ້ງປະຕິບັດ ການອະນຸມັດໃນໄລຍະຜ່ານມາ ປັບປຸງໃຫ້ມີປະສິດທິຜົນຂຶ້ນ; ຖ້າຫາບໍລິສັດໃດ ເຮັດບໍ່ໄດ້ຕາມນິຕິກໍາທີ່ລັດຖະບານກຳນົດ ກໍຄ່ອຍໆຖອນອອກໆ.