ຈະນໍາເອົາທະນະບັດ ປະເພດໃບ 50.000 ກີບ ແລະ 100.000 ກີບ ລຸ້ນປີ 2020 ອອກສູ່ຂອດຈໍລະຈອນ

ວັນທີ 9 ທັນວາ 2022 ທະນາຄານແຫ່ງ ສປປລາວ ຖະແຫຼງຂ່າວກ່ຽວກັບການນໍາເອົາທະນະບັດ ປະເພດໃບ 50.000 ກີບ ແລະ 100.000 ກີບ ລຸ້ນປີ 2020 (ຮູບແບບປັບປຸງໃໝ່) ອອກສູ່ຂອດຈໍລະຈອນ.
ໂດຍອີງໃສ່ສະພາບການນຳໃຊ້ທະນະບັດປະເພດໃບ 50.000 ກີບ (ລຸ້ນປີ 2004) ທີ່ໄດ້ອອກໃຫ້ສັງຄົມນໍາໃຊ້ແຕ່ປີ 2006 ເປັນຕົ້ນມາ ຮອດປະຈຸບັນໄດ້ຖືກໝູນວຽນໃນຂອດຈໍລະຈອນ ມາເປັນເວລາ 16 ປີ ແລະ ໃນປີ 2011 ໄດ້ນຳເອົາທະນະບັດປະເພດໃບ 100.000 ກີບ (ລຸ້ນປີ 2011) ອອກນຳໃຊ້ຈົນຮອດປະຈຸບັນ ເປັນເວລາ 11 ປີ.
ຍ້ອນຜ່ານການຈັບຈ່າຍໃຊ້ສອຍ, ນໍາໃຊ້ຊື້ສິນຄ້າ ແລະ ບໍລິການໃນສັງຄົມ ມາເປັນເວລາຍາວນານເຮັດໃຫ້ທະນະບັດດັ່ງກ່າວເສື່ອມຄຸນນະພາບ, ມີສະພາບເກົ່າຈີກຂາດ, ມີຮອຍຂີດຂຽນ, ຮູບພາບບໍ່ສາມາດຈຳແນກໄດ້.
ສະນັ້ນ, ເພື່ອເຮັດໃຫ້ສັງຄົມໄດ້ນໍາໃຊ້ທະນະບັດໃໝ່ ແລະ ມີຄຸນນະພາບດີຂຶ້ນກວ່າເກົ່າ, ທະນາຄານແຫ່ງ ສປປ ລາວ ຈະໄດ້ນໍາເອົາທະນະບັດປະເພດໃບ 50.000 ກີບ ແລະ ໃບ100.000 ກີບ ລຸ້ນປີ 2020 (ຮູບແບບປັບປຸງໃໝ່) ທີ່ໄດ້ຖືກຮັບຮອງຈາກລັດຖະບານ ແລະ ເຫັນດີອະນຸຍາດໃຫ້ຈັດພິມໃນປີ 2020 ອອກໃຫ້ສັງຄົມໄດ້ນຳໃຊ້ ນັບແຕ່ເດືອນທັນວາ 2022 ເປັນຕົ້ນໄປ,  ເພື່ອຍົກສູງຄຸນນະພາບ ແລະ ມາດຕະຖານຂອງໃບທະນະບັດໃຫ້ສູງຂຶ້ນ ທຽບເທົ່າກັບທະນະບັດຂອງບັນດາປະເທດອ້ອມຂ້າງໃນພາກພື້ນກໍ່ຄືສາກົນ ແລະ ຍົກລະດັບເຕັກນິກຕ້ານການປອມແປງທີ່ທັນສະໄໝ, ມີຄຸນລັກສະນະສີສັນລວດລາຍສວຍງາມໂດດເດັ່ນ, ສ້າງຄວາມເຊື່ອໝັ້ນໃຫ້ສັງຄົມ ໃນການພົກພາ ແລະ ຖືຄອງເງິນກີບ ຊຶ່ງເປັນສະກຸນເງິນຕາຂອງຊາດ.
ທະນະບັດທັງ 2 ປະເພດລຸ້ນປີ 2020 ທີ່ຈະອອກໃຫ້ສັງຄົມໄດ້ນຳໃຊ້ໃນເດືອນ ທັນວາ 2022  ສາມາດນຳໃຊ້ຖືກຕ້ອງຕາມກົດໝາຍ,ໂດຍນຳໃຊ້ຄຽງຄູ່ກັບທະນະບັດປະເພດໃບ 50.000 ກີບ ລຸ້ນປີ 2004 ແລະ ໃບ 100.000 ກີບ ລຸ້ນປີ 2011 ທີ່ຈໍລະຈອນໃນປະຈຸບັນ ແລະ ຈະບໍ່ມີຜົນກະທົບຕໍ່ສະຖຽນລະພາບເງິນຕາແຫ່ງຊາດ.