ການຈົດບັນທຶກເລື່ອງລາວໃນຊີວິດປະຈໍາວັນ ຈະຊ່ວຍໃຫ້ເຮົາຄົ້ນພົບວຕົວເອງໄດ້ໄວຂຶ້ນ

ການຈົດບັນທຶກ ແມ່ນໜຶ່ງໃນວິທີທີ່ຊ່ວຍໃຫ້ຄົນຄົ້ນພົບຕົວເອງ ແລະ ຍັງສາມາດນໍາທາງຊີວິດໃຫ້ໄປສູ່ເປົ້າໝາຍ ເລີ່ມຈາກເລື່ອງນ້ອຍໆໄປຫາເລື່ອງໃຫຍ່ໆ ທີ່ຊັດເຈນຂຶ້ນເລື້ອຍໆ,​ ມີຜູ້ຊ່ຽວຊານຫລາຍຄົນໄດ້ບອກເຖິງຂໍ້ດີຂອງການຈົດບັນທຶກຄວາມຄິດຂອງຕົວເອງແຕ່ລະມື້ລົງໃນປຶ້ມບັນທຶກ, ໃນທາງການສຶກສາວິທະຍາສາດຍັງສະແດງໃຫ້ເຫັນວ່າ ພຽງແຕ່ເລີ່ມຈົດບັນທຶກຢ່າງຕໍ່ເນື່ອງ ມັນຈະກາຍເປັນເຄື່ອງມືທີ່ມີປະສິດທິພາບໃນການສົ່ງເສີມເປົ້າໝາຍ, ເພີ່ມແຮງຈູງໃຈ ແລະ ຍັງສົ່ງຜົນຕໍ່ການຕັດສິນໃຈຢ່າງມີເຫດຜົນ

.
ດ່ັງນັ້ນ ການເລີ່ມຕົ້ນມື້ໃໝ່ດ້ວຍການຈົດບັນທຶກ ນອກຈາກຈະກັນລືມແລ້ວ, ຍັງມີປະໂຫຍດທີ່ເຮົາຄິດບໍເຖິງອີກດ້ວຍ, ແຕ່ກໍຕ້ອງຍອມຮັບວ່າການຈົດບັນທຶກອາດບໍ່ເໝາະກັບທຸກຄົນ ແຕ່ກໍຍັງມີອີກຫລາຍວິທີ ທີ່ເຮົາສາມາດເຊື່ອມໂຍງກັບຄວາມຄິດພາຍໃນຂອງຕົວເອງ ແລະ ເຝິກສະມາທິໃຫ້ເລິກຂຶ້ນຜ່ານການຈົດບັນທຶກ ຫລື ສິ່ງອື່ນ,​ ດັ່ງນັ້ນທຖກຄົນຄວນມີວິທີເຊື່ອມໂຍງຄວາມຄິດໃຫ້ໄດ້ ແລະ ຖ້າຫາກຕ້ອງການຈົດບັນທຶກເພື່ອຄົ້ນຫາຕົວເອງ ພວກເຮົາມີ Tips ດີໆມາກຝາກດັ່ງນີ້:

.

ສໍາລັບໃຜທີ່ຢາກເລີ່ມຕົ້ນຈົດບັນທຶກເພື່ອຄົ້ນພົບຕົວເອງ ແລະ ເຮັດໃຫ້ການຕັດສິນໃຈມີເຫດຜົນຫລາຍຂຶ້ນ

ຜູ້ຊ່ຽວຊານແນະນໍາວ່າໃຫ້ເລີ່ມຈາກການບັນທຶກເລື່ອງສ່ວນຕົວກ່ອນແລ້ວຈຶ່ງເຝິກຂຽນເປົ້າໝາຍການບັນທຶກເລື່ອງລາວໃນແງ່ບວກ ຈະເຮັດໃຫ້ຮູ້ສຶກໝັ້ນໃຈຫລາຍຂຶ້ນ ແຕ່ເມື່ອພົບເລື່ອງບໍ່ດີ ການຂຽນເລື່ອງໃນໃຈອອກມາຈະຊ່ວຍຫລຸດຄວາມຄຽດໄດ້ເຊັ່ນກັນ

.