ກະຊວງອຸດສາຫະກຳ ແລະ ການຄ້າ ຫາທາງສະໜອງນຳ້ມັນໃຫ້ພຽງພໍຕາມຄວາມຕ້ອງການ

ໃນກອງປະຊຸມສະໄໝສາມັນເທື່ອທີ 4 ຂອງສະພາແຫ່ງຊາດ ຊຸດທີ IX ວັນທີ 7 ທັນວາ 2022, ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ຊີ້ແຈງຕໍ່ຄຳຊັກຖາມຂອງສະພາແຫ່ງຊາດຕໍ່ການແກ້ໄຂບັນຫາການສະໜອງນ້ຳມັນເຊື້ອໄຟໃຫ້ພຽງພໍກັບຄວາມຕ້ອງການ ຫລື ບໍ່ໃຫ້ນ້ຳມັນຂາດປໍ້າໃນຕໍ່ໜ້າວ່າ:ໄດ້ ສົມທົບກັບພາກສ່ວນກ່ຽວຂ້ອງ ຄົ້ນຄວ້າ, ກຳນົດທິດທາງ ເປັນ 3 ໄລຍະ ຄື:
– ໄລຍະສັ້ນ: ຈະສືບຕໍ່ຊຸກຍູ້ປະສານສົມທົບຂະແໜງການກ່ຽວຂ້ອງ ສະໜອງເງິນຕາຕ່າງປະເທດໃຫ້ບໍລິສັດນຳເຂົ້ານ້ຳມັນ ສາມາດແລກປ່ຽນ ເພື່ອຊຳລະໃຫ້ຜູ້ສະໜອງຕ່າງປະເທດທັງຈະຮ່ວມກັບ ທະນາຄານແຫ່ງ ສປປ ລາວ ແລະ ຂະແໜງການກ່ຽວຂ້ອງ ແກ້ໄຂຊ່ອງວ່າງ ອັດຕາແລກປ່ຽນເງິນຕາຕ່າງປະເທດ ລະຫວ່າງ ທະນາຄານກຳນົດ ແລະ ທ້ອງຕະຫລາດ, ຈະໄດ້ປັບລາຄານ້ຳມັນເຊື້ອໄຟ ໂດຍດັດສົມບໍ່ໃຫ້ຂຶ້ນແຮງ ແລະ ລົງແຮງ ເກີນໄປ, ຈະຊຸກຍູ້ໃຫ້ບໍລິສັດຍອດງື່ມພາວເວີ, ບໍລິສັດເປໂຕຣເຄມີລາວ ສະຫງວນເປັນໂຮງງານປະສົມນ້ຳມັນ ທີ່ໄດ້ຮັບອະນຸຍາດ ສາມາດຜະລິດ ປຸງແຕ່ງນ້ຳມັນເຊື້ອໄຟ ເພື່ອຈຳໜ່າຍພາຍໃນປະເທດ, ເພີ່ມທະວີການໂຄສະນາ ປຸກລະດົມທົ່ວສັງຄົມໃຫ້ເຂົ້າໃຈເຖິງສະພາບຄວາມຫຍຸ້ງຍາກຂອງປະເທດ ແລະ ອອກມາດຕະການເພື່ອຫລຸດຜ່ອນການບໍລິໂພກນ້ຳມັນເຊື້ອໄຟແບບຟູມເຟືອຍ ຫລື ບໍ່ເກີດປະໂຫຍດລົງຕື່ມ
– ໄລຍະກາງ: ຈະສືບຕໍ່ປະສານກັບປະເທດເພື່ອນມິດໃນລະດັບລັດຖະບານເປັນຕົ້ນປະເທດຜູ້ຜະລິດນ້ຳມັນ ເພື່ອສ້າງເງື່ອນໄຂໃຫ້ບໍລິສັດຜູ້ຜະລິດຂອງລາວ ເຈລະຈາກັບຜູ້ຜະລິດຕ່າງປະເທດ ກ້າວໄປສູ່ການຊື້ຂາຍຮ່ວມກັນແບບມີຕົ້ນທຶນຕ່ຳກວ່າຕະຫລາດໃນປັດຈຸບັນ ພ້ອມທັງກາຍເປັນ ເພື່ອນຍຸດທະຍາດແບບຍາວນານ, ຈະປະສານ ແລະ ອຳນວຍຄວາມສະດວກໃຫ້ແກ່ການນຳເຂົ້າຂອງ ສ ປປ ລາວ ໂດຍຜ່ານ ສສ ຫວຽດນາມ ແລະ ສປ ຈີນ ໂດຍສະເພາະ ການເຊົ່າສາງນ້ຳມັນຢູ່ແຄມທະເລ, ຈະສ້າງນິຕິກຳເພື່ອການຄຸ້ມຄອງກອງທຶນນ້ຳມັນເຊື້ອໄຟ ເພື່ອດັດສົມລາຄານ້ຳມັນເຊື້ອໄຟ ຄັງແຮ ຄ່າກວດບໍລິມາດ, ຄຸນນະພາບ ແລະ ຄ່າບໍລິການ ຂອງທຸລະກິດນ້ຳມັນເຊື້ອໄຟ, ຈະໄດ້ປັບປຸງພາລະບົດບາດ ແລະ ເພີ່ມຄວາມສຳຄັນໃຫ້ບໍລິສັດນ້ຳມັນເຊື້ອໄຟຂອງລັດສາມາດຂະຫຍາຍກິດຈະການ ແລະ ເຊື່ອມໂຍງກັບສາກົນແບບຄົບວົງຈອນ, ຈະເພີ່ມທ່າແຮງຂອງບໍລິສັດເປໂຕຣ ເຄມີລາວ ຫລື ລາວເປັກ ໃຫ້ສາມາດນຳໃຊ້ນ້ຳມັນດິບມາຜະລິດໃຫ້ມີຫລາຍລິດຕະພັນສະໜອງຄວາມຕ້ອງການຂອງຜູ້ຊົມໃຊ້ພາຍໃນ
– ໄລຍະຍາວ: ເພື່ອຮັບປະກັນໃຫ້ແກ່ການລົງທຶນທີ່ບໍ່ເກີດຜົນປະໂຫຍດ ລົງທຶນໃຫຍ່ ເກີນຄວາມຕ້ອງການ ຫລື ລົງທຶນຊ້ຳຊ້ອນກັນນັ້ນຕ້ອງສຶກສາຄວາມເປັນໄປໄດ້ຫລາຍໂຄງການ ແລະ ຫລາຍດ້ານຄື: ສຶກສາຄວາມເປັນໄປໄດ້ການຮ່ວມມື ກັບ ສປ ຈີນ ໃນການສະໜອງນ້ຳມັນເຊື້ອໄຟແບບໝັ້ນຄົງຍາວນານ ໂດຍໃຊ້ໂຮງກັ່ນຢູ່ແຂວງຢູນນານ ຫລື ແຂວງຢູ່ລຽບຕາມທະເລ ແລ້ວຂົນສົ່ງນ້ຳມັນເຊື້ອໄຟຜ່ານທາງລົດໄຟລາວ-ຈີນ, ສຶກສາຄວາມເປັນໄປໄດ້ສ້າງສາງນ້ຳມັນປອດພາສີໃນເຂດການຄ້າເສລີຢູ່ຊາຍແດນ, ສຶກສາຄວາມເປັນໄປໄດ້ໂຄງການລົງທຶນຮ່ວມລະຫວ່າງລັດຖະບານລາວກັບລັດຖະບານ ສສ ຫວຽດນາມ ແລະ ນັກລົງທຶນຕ່າງປະເທດ, ສ້າງໂຮງກັ່ນນ້ຳມັນຢູ່ເຂດຊາຍແດນລາວ-ຫວຽດນາມ ແລະ ສາງເກັບນ້ຳມັນສໍາເລັດຮູບຢູ່ແຄມທະເລຂະໜາດໃຫຍ່ ພ້ອມທັງຕິດຕັ້ງລະບົບທໍ່ສົ່ງນ້ຳມັນດິບ ແລະ ນ້ຳມັນສຳເລັດຮູບ ເພື່ອຮອງຮັບການຂົນນ້ຳມັນດິບເຂົ້າມາກັ່ນໃນປະເທດ ເພື່ອຈຳໜ່າຍພາຍໃນ ແລະ ສົ່ງອອກຕ່າງປະເທດ.

