ຈາກປະເທດທີ່ບໍ່ມີທາງອອກສູ່ທະເລກາຍເປັນປະເທດເຊື່ອມຕໍ່ ແລະ ເຊື່ອມຈອດກັບພາກພື້ນ ແລະ ສາກົນ
ໂດຍ: ທິດກໍ່າ
ມາຮອດປີນີ້, ສປປ ລາວ ຂອງພວກເຮົາແມ່ນມີອາຍຸໄດ້ 47 ປີເຕັມ (2/12/1975-2/12/2022). ຕະຫລອດໄລຍະ 47 ປີຈົນມາຮອດມື້ນີ້ ໄດ້ພິສູດໃຫ້ພວກເຮົາເຫັນວ່າ ການເດີນຕາມເສັ້ນທາງສັງຄົມນິຍົມອັນເປັນທາງເລືອກຂອງປະຊາຊົນລາວແມ່ນຖືກຕ້ອງ, ສອດຄ່ອງກັບຍຸກສະໄໝ ອັນສາເຫດກໍຍ້ອນວ່າ ເມື່ອຫວນຄືນປະຫວັດສາດຫລາຍຮ້ອຍປີຜ່ານມາ, ລາວເຮົາເຄີຍຕົກເປັນຫົວເມືອງຂຶ້ນຂອງສະຫຍາມເປັນເວລາ 114 ປີ, ຊາຕາກຳຂອງປະເທດຊາດໃນເວລານັ້ນແມ່ນຕົກທຸກໄດ້ຍາກ, ປະຊາຊົນເປັນຂ້ອຍຂ້າ, ສຸດທ້າຍມາປະເທດຊາດອັນກວ້າງໃຫຍ່ໄພສານກໍໄດ້ຖືກຕັດແບ່ງເສຍດິນແດນ, ເສຍພົນລະເມືອງ, ເສຍຊັບໃນດິນສິນໃນນ້ຳ.
ຫລັງຈາກນັ້ນຕໍ່ມາ ພັດຕົກເປັນເມືອງຂຶ້ນຂອງຝຣັ່ງມາຕໍ່ໃສ່ອາເມລິກາເປັນເວລາເກືອບສະຕະວັດ. ທຸກສິ່ງທຸກຢ່າງທີ່ເກີດຂຶ້ນນັ້ນ ມັນເປັນຍ້ອນຜູ້ປົກຄອງ ຫລື ກະສັດໃນລະບອບສັກດີນາບໍ່ເຂັ້ມແຂງ, ຊ້ຳບໍ່ໜຳ ມີການຂັດແຍ່ງກັນ, ແກ້ງແຍ່ງ ແລະ ຍາດແຍ່ງເອົາແຕ່ຜົນປະໂຫຍດມາໃຫ້ສ່ວນຕົວ ເຮັດໃຫ້ປະຊາລາດຊະດອນ ແລະ ປະເທດຊາດທຸກຍາກລຳບາກຫລ້າຫລັງ, ດ້ອຍພັດທະນາມາຕະຫລອດ.
ແຕ່ດ້ວຍຊາຕາກຳຂອງປະເທດຊາດ ຊິ້ນບໍ່ຂາດບໍ່ໃຫ້ຄຸງຂຽງ ຍັງມີຜູ້ຮັກຊາດຮັກແຜ່ນດິນ, ມີວິລະບູລຸດ, ມີຜູ້ນຳທີ່ຮັກຊາດໄດ້ນຳພາຕໍ່ສູ້ບໍ່ຍອມຈຳນົນຜ່ານຫລາຍຍຸກຫລາຍສະໄໝ ເປັນຕົ້ນນັບແຕ່ຍຸກເຈົ້າອານຸວົງ ມາຕໍ່ໃສ່ພໍ່ກະດວດ, ອົງແກ້ວກົມມະດຳ, ເຈົ້າຟ້າປັດໄຈ ແລະ ຜູ້ອື່ນໆ ອັນທີ່ໂດດເດັ່ນທີ່ສຸດແມ່ນມີຂະບວນການແນວລາວອິດສະຫລະ ແລະ ມີພັກປະຊາຊົນປະຕິວັດລາວ ໄດ້ນຳພາຕໍ່ສູ້ເປັນເວລາຫລາຍສິບປີຈຶ່ງສາມາດໄດ້ຮັບໄຊຊະນະຢ່າງຖ້ວມທົ້ນໃນປີ 1975 ປະກາດລຶບລ້າງລະບອບລາຊາທິປະໄຕທີ່ປົກຄອງບ້ານເມືອງມາມີແຕ່ແນວຈິບຫາຍ ແລ້ວກໍປະກາດສ້າງຕັ້ງລະບອບໃໝ່ຂຶ້ນແທນ ຄືລະບອບປະຊາທິປະໄຕປະຊາຊົນ ທັງປະກາດຊື່ປະເທດໃໝ່ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ທີ່ເດີນຕາມເສັ້ນທາງສັງຄົມນິຍົມຈົນມາຮອດທຸກວັນນີ້.
ນັບແຕ່ປະເທດຊາດໄດ້ສ້າງຕັ້ງເປັນ ສປປ ລາວ ຕະຫລອດ 47 ປີ ປະເທດຊາດກໍນັບມື້ມີຄວາມສະຫງົບສຸກ, ບໍ່ມີເສິກເສືອເໜືອໃຕ້, ປະຊາຊົນຍຸທ່າງສ້າງສາພັດທະນາປະເທດຊາດ. ມາຮອດປັດຈຸບັນ ສປປ ລາວ ຂອງພວກເຮົານັບມື້ຈະເລີນຮຸ່ງເຮືອງ, ການເມືອງມີສະຖຽນລະພາບຢ່າງໜັກແໜ້ນ, ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບນັບມື້ເຂັ້ມແຂງ, ເສດຖະກິດ-ສັງຄົມໄດ້ຂະຫຍາຍຕົວໄປຕິກໆ. ການສ້າງສາພັດທະນາກໍເດີນໜ້າໄປເລື້ອຍໆ, ຖະໜົນຫົນທາງນັບແຕ່ຕົວເມືອງໄດ້ເຊື່ອມຈອດເຖິງຊົນນະບົດ, ໄຟຟ້າ-ນ້ຳປະປາ, ການສຶກສາ-ສາທາໄດ້ເຂົ້າເຖິງທຸກທ້ອງຖິ່ນ, ຕຶກອາຄານ, ສະຖານທີ່, ໂຄງການພັດທະນາຕ່າງໆໄດ້ເກີດຂຶ້ນປານດອກເຫັດ.
ສິ່ງທີ່ໜ້າພາກພູມໃຈທີ່ສຸດ ມາຮອດປັດຈຸບັນລາວເຮົາໄດ້ຖືກປົດລັອກຈາກປະເທດທີ່ບໍ່ມີທາງອອກສູ່ທະເລກາຍເປັນປະເທດເຊື່ອມຕໍ່ ແລະ ເຊື່ອມຈອດກັບພາກພື້ນ ແລະ ສາກົນດ້ວຍລົດໄຟຄວາມໄວສູງ ລາວ-ຈີນ ຢ່າງໜ້າພາກພູມໃຈ. ນີ້ຄືໝາກຜົນອັນລວມຍອດແຫ່ງການກ້າວເດີນບົນເສັ້ນທາງສັງຄົມນິຍົມຂອງຊາດລາວ, ຄົນລາວພາຍໃຕ້ການນຳພາຂອງພັກ ແລະ ລັດຖະບານລາວໃນຍຸກພະເຈົ້າອາລິຍະເມດໄຕອັນເປັນຍຸກສະໄໝໃໝ່ ປະເທດລາວຈະນັບມື້ຈະເລີນຮຸ່ງເຮືອງໃນອະນາຄົດຕໍ່ໄປເລື້ອຍໆ.

