EU ເຫັນພ້ອມກັບການກຳນົດເພດານລາຄາ “ນ້ຳມັນຣັດເຊຍ”

ວັນທີ 2 ທັນວາ, ກຸ່ມປະເທດສະມາຊິກສະຫະພາບເອີຣົບ (EU) ມີມະຕິກຳນົດເພດານລາຄານ້ຳມັນດິບຂອງຣັດເຊຍ ເຊິ່ງຖືກຂົນສົ່ງຜ່ານທາງເຮືອບັນທຸກນ້ຳມັນ ຢູ່ລະດັບ 60 ໂດລາສະຫະລັດຕໍ່ບາເຣລ.
ການຕັດສິນໃຈດັ່ງກ່າວຈະຕ້ອງໄດ້ຮັບການອະນຸມັດຢ່າງເປັນທາງການດ້ວຍຂັ້ນຕອນທີ່ເປັນລາຍລັກອັກສອນ, ສ່ວນລາຍລະອຽດຂໍ້ຕົກລົງມີກຳນົດເຜີຍແພ່ໃນວາລະສານກົດໝາຍຂອງສະຫະພາບເອີຣົບໃນວັນທີ 4 ທັນວາ.
ມະຕິດັ່ງກ່າວສັ່ງຫ້າມການໃຫ້ບໍລິການດ້ານປະກັນໄພ, ການເງິນ ແລະ ອື່ນໆ ສຳລັບການຂົນສົ່ງນ້ຳມັນຂອງຣັດເຊຍ ຖ້ານ້ຳມັນຖືກຂາຍໃນລາຄາສູງກວ່າ 60 ໂດລາສະຫະລັດຕໍ່ບາເຣລ.
ໃນວັນທີ 2 ທັນວາ, ປະທານຄະນະກຳມະການກິດຈະການຕ່າງປະເທດຂອງສະພາດູມາ (State Duma) ຫລື ສະພາຕໍ່າຂອງລັດຖະສະພາຣັດເຊຍ ກ່າວຕໍ່ສຳນັກຂ່າວທາສວ່າ: EU ກຳລັງສ້າງຄວາມເສຍຫາຍຕໍ່ຄວາມໝັ້ນຄົງດ້ານພະລັງງານຂອງຕົນເອງ.
ກ່ອນໜ້ານີ້ໃນເດືອນກັນຍາ, ຄະນະລັດຖະມົນຕີກະຊວງການເງິນຂອງກຸ່ມປະເທດອຸດສາຫະກຳຊັ້ນນຳ 7 ປະເທດ ຫລື G7 ຕ່າງເຫັນພ້ອມກຳນົດເພດານລາຄານ້ຳມັນຂອງຣັດເຊຍເຊັ່ນກັນ.

