ຟິວຣີ ນ໊ອກ ຊິໂຊຣ່າ ຍົກ 10 ປ້ອງກັນແຊ໊ມມວຍຮຸ່ນໃຫຍ່

ໄທສັນ ຟິວຣີ ຍອດນັກຊົກຊາວອັງກິດປ້ອງກັນແຊ໊ມຮຸ່ນເຮຟວີເວດ ສະພາມວຍໂລກ WBC ຫລັງເອົາຊະນະ ດີເຣກ ຊິໂຊຣ່າ ໃນຍົກທີ 10 ໃນການຊົກທີ່ສະໜາມ ທັອດແນ່ມ ຮັອດສະເປີ ໃນນະຄອນລອນດອນປະເທດອັງກິດ.
ຟິວຣີ ຢ້ຳແຄ້ນ ຊິໂຊຣ່າ ເປັນນັດທີ 3 ຫລັງຈາກເຄີຍຊະນະມາແລ້ວໃນປີ 2011 ແລະ ປີ 2014 ສ້າງສະຖິຕິບໍ່ເສຍຕະຫລາດ 34 ນັດຕິດຕໍ່ກັນ.
ຫລັງການຊົກ ຟິວຣີ ປະກາດທ້າຊົນກັບ ໂອເລັກຊານເດີ ອູຊິກ ນັກຊົກຊາວຢູເຄຣນ ເຈົ້າຂອງຕຳແໜ່ງແຊ໊ມ 4 ສະຖາບັນມາຂ້າງເວທີແລ້ວຊີ້ໜ້າພ້ອມກັບບອກວ່າ ເຈົ້າເປັນຄົນຕໍ່ໄປ ແລະ ຂ້ອຍເຄີຍທຸບພວກຢູເຄຣນຢ່າງ ວະລາດີເມຍ ຄລິດໂກ ມາແລ້ວ ເຈົ້າຈະເປັນຄົນຕໍ່ໄປ ຄາດວ່ານັດຕໍ່ໄປຂອງທັງຄູ່ຈະມີຂຶ້ນໃນປີ 2023 ແນ່ນອນ.

