ອິນເດຍ ຊ່ວຍເຫລືອກໍ່ສ້າງສູນສຸກສາລານ້ອຍ ບ້ານວຽງໄຊ ແຂວງອັດຕະປື

ໃນວັນທີ 30 ພະຈິກ ຜ່ານມາ, ໄດ້ມີພິທີວາງສີລາລຶກ ໂຄງການກໍ່ສ້າງສູນສຸກສາລານ້ອຍ ທີ່ບ້ານວຽງໄຊ ເມືອງພູວົງ ແຂວງອັດຕະປື ໂດຍມີ ທ່ານ ເລັດ ໄຊຍະພອນ ເຈົ້າແຂວງອັດຕະປື, ທ່ານ ດິນກາ ອາສທານາ ເອກອັກຄະລັດຖະທູດອິນເດຍ ປະຈຳ ສປປ ລາວ, ຜູ້ຕາງໜ້າຄະນະນຳຈາກແຂວງອັດຕະປື ເຂົ້່າຮ່ວມ ເຊິ່ງໂຄງການດັ່ງກ່າວ ແມ່ນຢູ່ພາຍໃຕ້ຂອບການຮ່ວມມືເຫັນຜົນໄວ (QIP) ແມ່ນໍ້າຂອງ-ແມ່ນໍ້າຄົງຄາ (MGC) ໂດຍໄດ້ຮັບເງິນອະນຸມັດຈາກທາງລັດຖະບານອິນເດຍ 50.000 ໂດລາສະຫາລັດ.
 ທ່ານເອກອັກຄະລັດຖະທູດອິນເດຍ ປະຈຳ ສປປ ລາວ ໄດ້ເນັ້ນເຖິງ ສູນສາລານ້ອຍ ຈະຊ່ວຍໃນການປິ່ນປົວຫລາຍຂະແໜງການ ໂດຍສະເພາະປະຊາຊົນບ້ານທີ່ຢູ່ຫ່າງໄກ ຫລື ອາໄສ ຢູ່ບ້ານວຽງໄຊ. ສູນສາລາດັ່ງກ່າວ, ຍັງໃຫ້ຄວາມສຳຄັນແກ່ແມ່ຍິງຖືພາ ແລະ ຍັງມີຫ້ອງປະສູດ ເຊິ່ງຫວັງວ່າການກໍ່ສ້າງຈະສຳເລັດຕາມ ຄາດໝາຍທີ່ວາງໄວ້.
ໄລຍະຜ່ານມາ ປະເທດອິນເດຍ ໃຫ້ການຊ່ວຍເຫລືອໂຄງການເຫັນຜົນໄວແກ່ ສປປ ລາວ 11 ໂຄງການໃນຂົງເຂດການສຶກສາ, ການບໍາບັດນໍ້າດື່ມສະອາດ, ກະສິກໍາ ແລະ ອື່ນໆ ໃນເຂດຫ່າງໄກສອກຫລີກຢູ່ແຂວງຕ່າງໆຂອງ ສປປ ລາວ. ໃນນີ້, ມີ 5 ໂຄງການທີ່ສໍາເລັດ ແລະ 6 ໂຄງການຢູ່ໃນການຈັດຕັ້ງປະຕິບັດ, ໂຄງການເຫລົ່ານີ້ສ້າງຜົນປະໂຫຍດຢ່າງແທ້ຈິງໃຫ້ແກ່ ສປປ ລາວ.
ໂອກາດນີ້, ທ່ານ ເລັດ ໄຊຍະພອນ ເຈົ້າແຂວງອັດຕະປື ໄດ້ສະແດງຄວາມຂອບໃຈມາຍັງລັດຖະບານອິນເດຍ ທີ່ໃຫ້ທຶນຊ່ວຍເຫລືອລ້າ ໂດຍສະເພາະບັນຫາດ້ານສຸຂະພາບ ແກ່ ສປປ ລາວ ກໍຄື ແຂວງອັດຕະປື ເຊິ່ງເປັນການປະກອບສ່ວນ ໃຫ້ແກ່ການພັດທະນາເສດຖະກິດສັງຄົມຂອງ ສປປ ລາວ.