ເກງໃຈຄົນອື່ນຫລາຍເກີນໄປກໍບໍ່ດີ

ແມ່ນຢູ່ວ່າ ຄວາມເກງໃຈ ຖືເປັນຄຸນສົມບັດທີ່ທຸກຄົນຄວນມີ, ແຕ່ໃນບາງເທື່ອ ການມອບຄວາມເກງໃຈໄປກັບສິ່ງທີ່ບໍ່ສົມຄວນ ກໍອາດສົ່ງຜົນດ້ານລົບໆໃຫ້ກັບໂຕເອງໄດ້ຄືກັນ.
- ບໍ່ໄດ້ເຮັດຕາມທີ່ໃຈຢາກຈະເຮັດ : ຍ້ອນຄວາມເປັນຄົນຂີ້ເກງໃຈ ແລະ ມັກຈະຫ່ວງໄຍຄວາມຮູ້ສຶກຂອງຄົນອື່ນຫລາຍກ່ວາໂຕເອງຢູ່ສະເໝີ ຈຶ່ງເຮັດໃຫ້ບໍ່ຄ່ອຍໄດ້ເວົ້າໃນສິ່ງທີ່ໃຈຄິດ ຫລື ເຮັດໃນສິ່ງທີ່ໂຕເອງຢາກຈະເຮັດແທ້ໆ ເຊິ່ງເປັນພຶດຕິກຳທີ່ສວນທາງ ແລະ ຂັດແຍ່ງຕໍ່ຄວາມຕ້ອງການຂອງໂຕເອງຢ່າງຊ່ວຍບໍ່ໄດ້. ນັ້ນອາດເປັນຍ້ອນຢ້ານວ່າຈະເກີດການກະທົບກະເທືອນຕໍ່ ຄວາມຮູ້ສຶກຂອງຜູ້ອື່ນແບບທີ່ໂຕເອງບໍ່ໄດ້ຕັ້ງໃຈ ຈົນສຸດທ້າຍແລ້ວ ກໍບໍ່ໄດ້ລົງມືເຮັດໃນສິ່ງທີ່ໂຕເອງຕ້ອງການຢ່າງຈິງຈັງຈັກເທື່ອ.
- ຕ້ອງຄອຍລະມັດລະວັງຄວາມຮູ້ສຶກຂອງຄົນອື່ນ : ຄົນທີ່ມີນິໄສຂີ້ເກງໃຈຫລາຍໆຈະເປັນບຸກຄົນປະເພດທີ່ມັກລະມັດລະວັງຄວາມຮູ້ສຶກຂອງຄົນອື່ນໄປພ້ອມໆກັນ ກັບການຫລີກເວັ້ນການກະທຳທີ່ຈະເຮັດໃຫ້ຄົນອື່ນເກີດຄວາມຮູ້ສຶກບໍ່ດີ ເຊິ່ງໃນບາງເທື່ອໂຕເອງກໍບໍ່ໄດ້ຕ້ອງການທີ່ຈະເຮັດແບບນັ້ນ, ແຕ່ກໍຕ້ອງຍອມເພື່ອເປັນການຕັດບັນຫາ ແລະ ເຮັດໃຫ້ຄົນອື່ນເກີດຄວາມຮູ້ສຶກສະ ບາຍໃຈ ເຖິງວ່າໂຕເອງຈະບໍ່ຄ່ອຍຮູ້ສຶກຍິນດີຫຍັງນຳເລີຍກໍຕາມ.
- ບາງເທື່ອກໍຖືກເບິ່ງຂ້າມຄວາມຮູ້ສຶກຂອງໂຕເອງ : ເມື່ອເກີດມາເປັນຄົນທີ່ມີນິໄສຂີ້ເກງໃຈແລ້ວ ກໍອ່າວຈະມີຄວາມຍິນຍອມ ແລະ ອ່ອນຂໍ້ໃຫ້ກັບຄົນອື່ນໆໄດ້ຢ່າງບໍ່ມີເງື່ອນໄຂ ຈຶ່ງບໍ່ແມ່ນເລື່ອງແປກຫລາຍຫາກຄົນອ້ອມຂ້າງມັກຈະໃຊ້ຄວາມຂີ້ເກງໃຈນີ້ເປັນເຄື່ອງມືໃນການເຂົ້າມາສະແຫວງຫາຜົນປະໂຫຍດຕ່າງໆ ຈົນກາຍເປັນວ່າຖືກໃຈຮ້າຍໃສ່ຢ່າງຫລີກເວັ້ນບໍ່ໄດ້ ແລະ ຍັງໄດ້ສູນເສຍຄວາມຮູ້ສຶກດີໆທີ່ມີຢູ່ໄປ ໂດຍບໍ່ໄດ້ຮັບການຟື້ນຟູຫຍັງກັບມາເລີຍ.
- ພາດໂອກາດດີໆຫລາຍຢ່າງ ເພາະການຕອບຕົກລົງເມື່ອຖືກຊັກຊວນໃຫ້ເຮັດຫຍັງບາງຢ່າງ ກາຍເປັນເລື່ອງທີ່ຕ້ອງຄິດຫລາຍ ແລະ ເກີດຄວາມຮູ້ສຶກເກງໃຈຢູ່ເລິກໆ ຈຶ່ງມີສ່ວນເຮັດໃຫ້ພາດໂອກາດດີໆທີ່ກຳລັງລໍຖ້າຢູ່ໄປຫລາຍເທື່ອ ແລະ ມັກກັບມາຄ້ວາເອົາໄວ້ບໍ່ທັນ ເນື່ອງມາຈາກຄວາມເກງໃຈທີ່ຢ້ານວ່າຄົນອ້ອມຂ້າງອາດຈະເບິ່ງບໍ່ດີ ຫາກຕອບຕົກລົງໄປແບບກະທັນຫັນ ແລະ ບໍ່ທັນໄດ້ຄິດພິຈາລະນາໃຫ້ດີສາກ່ອນ.
- ເກີດຄວາມຮູ້ສຶກລຳບາກໃຈ: ສິ່ງໜຶ່ງທີ່ຄົນປະເພດນີ້ມັກຈະຫລີກເວັ້ນບໍ່ໄດ້ເລີຍກໍຄື ຄວາມຮູ້ສຶກລຳບາກໃຈທີ່ກໍ່ໂຕຂຶ້ນເກືອບຈະຕະຫລອດເວລາ ເພາະຄວາມຂີ້ເກງໃຈທີ່ມີຢູ່ໃນໂຕ ສົ່ງຜົນໃຫ້ບໍ່ໄດ້ເວົ້າ ຫລື ເຮັດໃນສິ່ງທີ່ຕ້ອງການ ຈົນກະທັ້ງເກີດເປັນຄວາມລຳບາກໃຈທີ່ສ້າງຄວາມອຶດອັດໄດ້ຢູ່ເລິກໆພາຍໃນ.
- ບໍ່ເປັນໂຕຂອງໂຕເອງ : ຫລາຍເທື່ອທີ່ຄວາມຂີ້ເກງໃຈມັກເປັນສາເຫດໜຶ່ງທີ່ເຮັດໃຫ້ຄົນເຮົາບໍ່ໄດ້ເປັນໂຕຂອງໂຕເອງໃນແບບທີ່ຢາກຈະເປັນ ອັນເນື່ອງມາຈາກການກະທຳ ລວມໄປເຖິງຄຳເວົ້າຫລາຍຢ່າງທີ່ຕ້ອງຄອຍລະມັດລະວັງບໍ່ໃຫ້ຄົນອ້ອມຂ້າງຮູ້ສຶກບໍ່ດີໄປນຳງ່າຍໆ ເຊິ່ງສຸດທ້າຍແລ້ວ ພຶດຕິກຳເຫລົ່ານີ້ກໍຖືເປັນໂຕທີ່ຍ້ອນກັບມາສ້າງຄວາມອຶດອັດໃຫ້ກັບໂຕເອງ ຍ້ອນຄວາມທີ່ບໍ່ໄດ້ສະແດງອອກເຖິງຄວາມເປັນໂຕຕົນໄດ້ຢ່າງແທ້ຈິງ.
- ເກີດຄວາມຄິດເລັກຄິດນ້ອຍ: ຄວາມຂີ້ເກງໃຈຖືເປັນອີກໜຶ່ງສາເຫດທີ່ເຮັດໃຫ້ມະນຸດທັງຫລາຍເກີດຄວາມຄິດເລັກຄິດນ້ອຍ ແລະ ຄິດຫລາຍເກີນກ່ວາເຫດ ໂດຍທີ່ຄວາມຈິງອາດຈະບໍ່ໄດ້ມີຫຍັງເປັນໄປດັ່ງທີ່ຄິດເລີຍແມ່ນແຕ່ໜ້ອຍດຽວ ເຊິ່ງສິ່ງເຫລົ່ານີ້ກໍຖືເປັນການກະທຳທີ່ໄດ້ບັ່ນທອນຈິດໃຈໂຕເອງໄປກ່ອນລ່ວງໜ້າແລ້ວ ຍ້ອນຄວາມຄິດຫລາຍ ແລະ ຄິດແທນຄົນອື່ນທີ່ຕົນເອງກຳລັງເປັນຢູ່.

