ການອະນາໄມຕາມເສັ້ນທາງຫລວງ ຕ້ອງເຮັດເປັນປະຈຳ

ຝົນຢຸດມາຫລາຍເດືອນ, ລະດູແລ້ງມາແທນທີ່ ຊຶ່ງຫລາຍທ່ານອາດຈະວາດພາບອອກມາຫລາຍແບບ, ແຕ່ຜູ້ຂຽນຂໍຍົກເລື່ອງເສັ້ນທາງໃນເມືອງໃຫຍ່ ທີ່ມີຫລາຍບັນຫາທີຕ້ອງໄດ້ແກ້ໄຂ ໜຶ່ງໃນນີ້ກໍແມ່ນບັນຫາການອະນາໄມໃຫ້ສະອາດປາສະຈາກຂີ້ຝຸ່ນ ແລະ ແກ້ໄຂໄດ້ບັນຫາມົນລະພິດທາງອາກາດ.
ຍົກຫົວຂໍ້ນີ້ຂຶ້ນ ເນື່ອງຈາກໄດ້ຍິນຫລາຍຄົນສົນທະນາ ແລະ ຢາກໃຫ້ມີວິທີທາງແກ້ໄຊຊ່ວຍກັນ ຊຶ່ງແນ່ນອນປັດຈຸບັນບ້ານເມືອງເຮົາຢູ່ໃນໄລຍະສ້າງສາພັດທະນາ ໂດຍສະເພາະເສັ້ນທາງຢູ່ຫລາຍແຂວງໄດ້ຂະຫຍາຍໄປຕາມແຜນພັດທະນາພື້ນຖານໂຄງລ່າງເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການໃນໄລຍະໃໝ່ໂດຍໃນເມືອງໃຫຍ່ມີທັງເສັ້ນທາງເປຕົງ, ປູຢາງໄດ້ມາດຖານ ແລະ ງາມ, ແຕ່ຍັງສັງເກດເຫັນຫລາຍເສັ້ນທາງຮົກເຮື້ອດ້ວຍເສດຂີ້ເຫຍື້ອຕາມຂອບແຄມທາງລວມທັງຂີ້ຝຸ່ນດິນ-ຊາຍ, ເຈົ້າຂອງເຮືອນຢູ່ໜ້າທາງເຮັດໜ້າທີ່ປັດກວາດອະນາໄມຈັກຊວ້ານຂີ້ຝຸ່ນໃສ່ຖົງ ຫລື ຖັງຂີ້ເຫຍື້ອ, ແຕ່ມີຫລາຍບ່ອນເຮັດບໍ່ໄດ້ໂດຍກວາດຂີ້ຝຸ່ນລົງໃສ່ທາງ… ສັງເກດນຳກັນວ່າ: ໃນເມືອງສ່ວນຫລາຍຂາດພະນັກງານອະນາໄມ ຍ້ອນຫຍັງ? ຍ້ອນງົບປະມານມີຈຳກັດ ຫລື ບໍ່ ຫລື ອາຊີບນີ້ບໍ່ມີໃຜຢາກເຮັດເພາະເປັນອາຊີບບໍ່ມີກຽດຄ່າແຮງກໍບໍ່ຫລາຍ? ເຖິງວ່າຈະເປັນເຫດຜົນດັ່ງກ່າວ, ແຕ່ຈະປ່ອຍໃຫ້ເລື່ອງຜ່ານໄປແລ້ວມື້ແລ້ວວັນກໍເປັນຕາຄຶດ!. ການປ່ອຍໃຫ້ປະຊາຊົນ ທີ່ມີເຮືອນຢູ່ແຄມທາງເຮັດອະນາໄມເອງກໍພໍໄດ້, ແຕ່ບາງພ່ອງ (ສ່ວນຫລາຍຕາມທີ່ເຫັນ) ກໍກວາດລົງຮູ ຮ່ອງລະບາຍນໍ້າຫັ້ນເລີຍ, ບໍ່ມື້ໃດມື້ໜຶ່ງ ຮ່ອງນໍ້າກໍຕ້ອງຕັນແນ່ນອນ. ບາງຄົນກໍວ່າ ຖ້າບໍ່ໃຫ້ກວາດລົງຮູລົງຮ່ອງ ແລ້ວຈະໃຫ້ທ້ອນໄວ້ໃສ ກວາດທຸກມື້, ບາງເຮືອນໄດ້ມື້ລະຖັງສາມຖັງ ບໍ່ມີບ່ອນໄປຖອກໃສ່ ຫລື ບາງຄອບຄົວ ກໍກວາດໄປກອງໄວ້ຈົນສູງປານຈອມປວກ…
ຂໍແລກປ່ຽນຄວາມເຫັນນຳຫລາຍທ່ານວ່າ: ສົມຄວນ ຫລື ບໍ່ທີ່ລັດຕ້ອງໃຫ້ຄວາມສຳຄັນ ຫລືເອົາໃຈໃສ່ຈັດສັນງົບປະມານຮັກສາອະນາໄມເສັ້ນທາງຕື່ມ, ແມ່ນຢູ່ປະຊາຊົນ ຕ້ອງມີສ່ວນຮ່ວມ, ແຕ່ກໍໄດ້ສໍ່າເຫັນຜ່ານມາ! ແນວໃດກໍດີປະຊາຊົນທີ່ມີເຮືອນຢູ່ແຄມທາງກໍສືບຕໍ່ປະກອບສ່ວນ ແລະ ຖືເປັນພັນທະຂອງຕົນຕໍ່ສ່ວນ ລວມຕາມຄວາມສາມາດເພື່ອໃຫ້ເສັ້ນທາງທີ່ມີມາດຖານສະອາດສວຍງາມ, ແຂກຄົນໄປມາຍ້ອງຍໍຊົມເຊີຍ, ຍິ່ງປະເທດເຮົາ ເປັນ 1 ໃນ 25 ປະເທດທີ່ໜ້າໄປທ່ອງທ່ຽວຫລາຍທີ່ສຸດໃນໂລກ ຍິ່ງຕ້ອງຊ່ວຍກັນເຮັດ.

