2 ທັນວາ ໝາກຜົນແຫ່ງໄຊຊະນະອັນຍິ່ງໃຫຍ່ໃນຂະບວນການຕໍ່ສູ້ປົດປ່ອຍຊາດ

ໂດຍ: ທິດກໍ່າ

ວັນຊາດທີ 2 ທັນວາ ໄດ້ຫວນມາບັນຈົບຄົບຮອບອີກວາລະໜຶ່ງ. ປີນີ້ຖືວ່າສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວຂອງພວກເຮົາມີອາຍຸຄົບຮອບ 47 ປີພໍດີ (2/12/1975-2/12/2022). ຕະຫລອດໄລຍະແຫ່ງການຕໍ່ສູ້ປົດປ່ອຍຊາດດ້ວຍຄວາມທໍລະຫົດອົດທົນ, ລະອິດລະອ້ຽວ, ລຳບາກຍາວນານຈຶ່ງໄດ້ຮັບໄຊຊະນະຢ່າງສົມບູນແບບ ແລະ ກາຍເປັນ ສປປ ລາວ ໃນປັດຈຸບັນ ເຊິ່ງທັງໝົດທີ່ໄດ້ກ່າວມານີ້ມັນຕ້ອງໄດ້ຜ່ານໄລຍະປະຫວັດສາດຫລາຍຍຸກຫລາຍສະໄໝ, ບັນດາວິລະກະສັດ, ວິລະບູລຸດ, ວິລະສັດຕີ ແລະ ບັນດາທ່ານຜູ້ນຳທີ່ກ້າແກ່ນ ຕະຫລອດເຖິງພະນັກງານ-ນັກຮົບທຸກໝູ່ເຫລົ່າ ຕ່າງກໍໄດ້ເສຍສະຫລະເລືອດເນື້ອເພື່ອກູ້ເອົາປະເທດຊາດບ້ານເມືອງອອກຈາເງື່ອມມືຂອງສັດຕູ ຄືສັກດີນາຜູ້ຍຶດຄອງ ແລະ ຈັກກະພັດຜູ້ຮຸກຮານດ້ວຍຄວາມກ້າແກ່ນ, ທະນົງອົງອາດ ແລະ ເດັດຂາດມີໄຊ.

ເມື່ອຫວນຄືນເບິ່ງໜ້າປະຫວັດສາດຕະຫລອດໄລຍະແຫ່ງການຕໍ່ສູ້ປະຕິວັດໄດ້ຜ່ານພົ້ນຫລາຍຍຸກຫລາຍສະໄໝ ເປັນຕົ້ນນັບແຕ່ຍຸກເຈົ້າອານຸວົງ ເຊິ່ງໄດ້ທຳການຕໍ່ສູ້ເພື່ອຄວາມເປັນເອກະລາດຂອງຊາດໃຫ້ອອກຈາກການປົກຄອງຂອງສະຫຍາມ ນັບແຕ່ຊຸມປີ 1826 ຫາຊຸມປີ 1828 ແລະ ຕໍ່ມາພວກຈັກກະພັດຝຣັ່ງກໍໄດ້ເຂົ້າມາຮຸກຮານລາວນັບແຕ່ປີ 1893 ປະຊາຊົນລາວຕ້ອງໄດ້ຫັນໜ້າມາຕໍ່ສູ້ກັບຝຣັ່ງທີ່ເຂົ້າມາບຸກລຸກຮຸກຮານ ເປັນຕົ້ນຂະບວນການຕໍ່ສູ້ຂອງພໍ່ກະດວດໃນປີ 1901, ຂະບວນການລຸກຮື້ຂຶ້ນຂອງປະຊາຊົນລາວຢູ່ພາກໃຕ້ພາຍໃຕ້ການນຳພາຂອງອົງແກ້ວ ແລະ ອົງກົມມະດຳໃນປີ 1905. ໃນປີ 1908 ປະຊາຊົນລາວຢູ່ເມືອງສິງ ແຂວງຫລວງນ້ຳທາ ໄດ້ພາກັນລຸກຮື້ຂຶ້ນຕໍ່ຕ້ານຝຣັ່ງ. ໃນປີ 1915 ຫາປີ 1927 ປະຊາຊົນລາວຢູ່ແຂວງຜົ້ງສາລີ ພາຍໃຕ້ການນຳພາຂອງອົງແສນກໍໄດ້ພາກັນລຸກຮື້ຂຶ້ນຕໍ່ຕ້ານຝຣັ່ງຢ່າງອົງອາດກ້າຫານ. ປີ 1918 ຫາປີ 1922 ກໍມີຂະບວນຕໍ່ສູ້ຂອງປະຊາຊົນລາວເຜົ່າມົ້ງຢູ່ແຂວງຜົ້ງສາລີ ແລະ ແຂວງຊຽງຂວາງ ພາຍໃຕ້ການນຳພາຂອງເຈົ້າຟ້າປັດໄຈ. ປີ 1920 ມີຂະບວນລຸກຮື້ຂຶ້ນຕ້ານຝຣັ່ງຂອງປະຊາຊົນນະຄອນຫລວງວຽງຈັນ ພາຍໃຕ້ການນຳພາຂອງນາຍຄູຄຳ ເຫລົ່ານີ້ເປັນຕົ້ນ.

ໃນວັນທີ 3 ກຸມພາ 1930 ພັກກອມມູນິດອິນດູຈີນໄດ້ກຳເນີດເກີດຂຶ້ນ ປະຊາຊົນ 3 ຊາດອິນດູຈີນ: ລາວ, ຫວຽດນາມ, ກຳປູເຈຍ ທີ່ຖືກຈັກກະພັດຝຣັ່ງເຂົ້າມາຮຸກຮານກໍໄດ້ສາມັກຄີກັນເປັນກ້ອນກຳລັງອັນມະຫາສານຕີຕ້ານຢ່າງມີໄຊໃຫຍ່ຫລວງ. ວັນທີ 22 ມີນາ 1955 ພັກປະຊາຊົນປະຕິວັດລາວໄດ້ຮັບການສ້າງຕັ້ງຂຶ້ນ ໄດ້ນຳພາການປະຕິວັດປົດປ່ອຍຊາດ, ຂະບວນແນວລາວອິດສະຫລະ, ແນວລາວຕໍ່ຕ້ານ ຈົນກາຍເປັນກະແສຟອງໃນການຕໍ່ສູ້ປະຕິວັດ ເຮັດໃຫ້ຝຣັ່ງຕ້ອງຜ່າຍແພ້ສົງຄາມໃນອິນດູຈີນໃນປີ 1954. ຕໍ່ມາໃນປີ 1955 ຈັກກະພັດອາເມລິກາ ແລະ ພັນທະມິດໄດ້ເຂົ້າມາບຸກລຸກຮຸກຮານລາວແທນຝຣັ່ງ ການປະຕິວັດລາວໄດ້ສືບຕໍ່ຕ້ານຈັກກະພັດອາເມລິກາທີ່ເປັນສັດຕູຕົວໃຫຍ່ຢ່າງຍືດເຍື້ອຍາວນານ. ດ້ວຍການນຳພາອັນປີຊາສາມາດ ແລະ ສະຫລາດສ່ອງໃສຂອງພັກປະຊາຊົນປະຕິວັດລາວ ມາຮອດປີ 1975 ຈຶ່ງສາມາດປົດປ່ອຍປະເທດຊາດ ສະຖາປະນາເປັນ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໃນວັນທີ 2 ທັນວາ 1975. ນີ້ຄືໝາກຜົນອັນລວມຍອດແຫ່ງໄຊຊະນະໃນພາລະກິດການຕໍ່ສູ້ເພື່ອປົດປ່ອຍປະເທດຊາດຂອງປະຊາຊົນລາວບັນດາເຜົ່າໃນທົ່ວປະເທດ.