ເມື່ອບໍ່ດົນມານີ້, ທ່ານ ນາງ ຄຣິສຕິນ ລາກາດ ຜູ້ວ່າການທະນາຄານກາງເອີຣົບໄດ້ກ່າວໃນກອງປະຊຸມຮັບຟັງຄຳໃຫ້ການກ່ຽວກັບນະໂຍບາຍເງິນຕາຂອງສະພາ ເອີຣົບວ່າ: ທະນາຄານກາງເອີຣົບ ຈະສືບຕໍ່ເພີ່ມອັດຕາດອກເບ້ຍໃນກອງປະຊຸມນະໂຍບາຍເງິນຕາທີ່ຈະຈັດຂຶ້ນໃນເດືອນທັນວານີ້.
ພ້ອມກັນນັ້ນ, ທ່ານ ນາງ ລາກາດ ໄດ້ຮຽກຮ້ອງໃຫ້ຄະນະກຳມາທິການສະຫະພາບເອີຣົບ ແລະ ສະມາຊິກສະຫະພາບເອີຣົບຈົ່ງປະຕິບັດນະໂຍບາຍການເງິນແບບຍືນຍົງເພື່ອຊຸກຍູ້ໃຫ້ເສດຖະກິດ ຂອງສະຫະພາບເອີຣົບຫັນປ່ຽນຮູບແບບໃຫ້ເປັນແບບຍືນຍົງ ແລະ ແບບດີຈີຕອນ, ຮັບປະກັນຄວາມໝັ້ນຄົງຂອງເສດຖະກິດສະຫະພາບເອີຣົບ.
ຕາມການຄາດຄະເນຂອງທະນາຄານກາງເອີຣົບ, ຈັງຫວະການເຕີບໂຕຂອງເສດຖະກິດເຂດທີ່ນຳໃຊ້ເງິນເອີໂຣໃນໄຕມາດທີ 3 ປີ 2022 ໄດ້ເພີ່ມຂຶ້ນ 0,2%.
ກ່ອນໜ້ານີ້, ບົດລາຍງານການສຳຫລວດທີ່ເປີດເຜີຍໂດຍທະນາຄານກາງເອີຣົບຄາດຄະເນວ່າ: ເສດຖະກິດຂອງເຂດໃຊ້ເງິນເອີໂຣໃນໄຕມາດທີ 3 ແລະ ໄຕມາດທີ 4 ປີ 2022 ນີ້ຈະຕົກຢູ່ໃນສະພາບທີ່ຊຸດໂຊມລົງ.