ອິນເດຍ ປະກາດ​ຍົກ​ເລີກ​ຄຳ​ສັ່ງຫ້າມ​ສົ່ງ​ອອກ​ເຂົ້າ ປອດ​ສານ​ພິດ

ສຳນັກ​ຂ່າວ​ ຊິນ​ຮວາ, ສຳນັກງານ​ການ​ຄ້າ​ຕ່າງປະ​ເທດ​ ອິນ​ເດຍ ລາຍງານໃຫ້ຮູ້​ວ່າ: ລັດຖະບານ​ອິນ​ເດຍປະກາດ​ຍົກ​ເລີກ​ຄຳ​ສັ່ງຫ້າມ​ສົ່ງ​ອອກ​ເຂົ້າປອດ​ສານ​ພິດ (organic) ລວມທັງເຂົ້າຫັກ​ ຫລັງ​ຈາກບັງຄັບ​ໃຊ້ຄຳ​ສັ່ງ​ດັ່ງ​ກ່າວ​​ເປັນ​ເວລາ 3 ​ເດືອນ​ແລ້ວ ໂດຍເລີ່​ມມີ​ຜົນ​ບັງຄັບ​ໃຊ້​ນັບແຕ່​ວັນ​ທີ 1 ທັນວາ​ນີ້.
ອິນເດຍຫ້າມສົ່ງອອກເຂົ້າເພື່ອຮັບປະກັນການສະໜອງເຂົ້າໃຫ້ພຽງພໍກັບຄວາມຕ້ອງການພາຍໃນປະ​ເທດທ່າມກາງຄວາມເປັນຫ່ວງວ່າ ຈະຜະເຊີນກັບການຂາດແຄນເຂົ້າຫລັງຈາກການ​ຜະລິດ ຫລຸດ​ລົງ.
ນອກນີ້, ລັດຖະບານ ອິນ​ເດຍ ຍັງໄດ້ເກັບພາສີ ສົ່ງອອກເຂົ້າ 20% ສຳລັບ ​ແນວ​ພັນ ​ເຂົ້າປອດ​ສານພິດ ​ເພື່ອ​ເພີ່ມ​ ປະລິມານ​ ການ​ສະໜອງ​ເຂົ້າ​ໃນ​ທົ່ວ​ປະ​ເທດ.