ວັນທີ 2 ທັນວາ ໜ້າປະຫວັດສາດຍຸກໃໝ່ຂອງຊາດລາວແມ່ນໝາກຜົນແຫ່ງກໍາລັງແຮງສັງລວມຂອງຊາດລາວ

ກ່ອນໜ້ານີ້ 47 ປີ ຄືວັນທີ 2 ທັນວາ 1975, ເປັນມື້ທີ່ປະຊາຊົນລາວທັງຊາດ ໄດ້ປະກາດຕໍ່ໂລກຢ່າງກ້ອງກັງວານວ່າ: ປະຊາຊົນລາວບັນດາເຜົ່າ, ທຸກຊັ້ນວັນນະ ແລະ ເພດໄວ ໄດ້ມີປະເທດທີ່ເປັນເອກະລາດ, ມີອຳນາດອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນແລ້ວ ປະຊາຊົນລາວທັງຊາດໄດ້ເປັນເຈົ້າປະເທດຊາດຢ່າງແທ້ຈິງ, ເປັນເຈົ້າປິຕຸພູມທີ່ແສນຮັກ ແລະ ຫວງແຫນຂອງຕົນ…ສຽງປະກາດອັນສະຫງ່າລາສີ ແລະ ສົມກຽດນັ້ນເຮັດໃຫ້ຊາດລາວເປັນຊາດໜຶ່ງທີ່ມີກຽດສັກສີເທົ່າທຽມກັບຊາດອື່ນໆໃນອາຊີ ແລະ ໃນໂລກ.
ວັນທີ 2 ທັນວາ 1975 ໄດ້ໄຂສັງກາດໃໝ່ ແລະ ຂຽນປະຫວັດສາດໜ້າໃໝ່ຂອງຊາດລາວຍຸກໃໝ່ຢ່າງເອກອ້າງທະນົງໃຈ. ພາຍຫລັງປະເທດຊາດປົດປ່ອຍ, ພາລະກິດປະຕິວັດພາຍໃຕ້ການນຳພາຂອງພັກກ້າວສູ່ໄລຍະໃໝ່ເລີ່ມຈາກການຮໍາບາດແຜສົງຄາມ, ຟື້ນຟູການຜະລິດ, ຂະຫຍາຍວັດທະນະທໍາ ແລະ ປົວແປງ ຊີວິດການເປັນຢູ່ຂອງປະຊາຊົນເຮົາໃຫ້ເປັນປົກກະຕິ, ດໍາເນີນການປະຕິບັດ 2 ໜ້າທີ່ຍຸດທະສາດຄືປົກປັກຮັກສາປະເທດຊາດ ແລະ ກໍ່ສ້າງລະບອບປະຊາທິປະໄຕປະຊາຊົນຕາມຈຸດໝາຍສັງຄົມນິຍົມ. ເຖິງວ່າພົບຄວາມຫຍຸ້ງຍາກ ແລະ ທົດສອບທີ່ຂ້ຽວຂາດທັງຈາກການເຄື່ອນໄຫວມ້າງເພຂອງອິດທິກຳລັງເປັນປໍລະປັກຄວາມດ້ອຍພັດທະນາຫລ້າຫລັງດ້ານເສດຖະກິດສັງຄົມຂອງລະບອບເກົ່າ ແລະ ຜົນຮ້າຍຈາກສົງຄາມທໍາລາຍຢ່າງໜັກໜ່ວງມາຫລາຍສິບປີ, ແຕ່ປະຊາຊົນລາວບັນດາເຜົ່າພາຍໃຕ້ການນຳພາຂອງພັກໄດ້ເພີ່ມທະວີຄວາມສາມັກຄີ, ຮ່ວມແຮງຮ່ວມໃຈທັບມ້າງກົນອຸບາຍທໍາລາຍມ້າງເພການໂຈມຕີຂອງອິດທິກໍາລັງປໍລະປັກ ທັງເປັນເຈົ້າການເຂົ້າຮ່ວມ ຂະບວນການສ້າງສາພັດທະນາປະເທດຊາດຕາມແນວທາງຂອງພັກຈົນສາມາດປົກປັກຮັກສາເອກະລາດ, ອໍານາດອະທິປະໄຕ, ຜືນແຜ່ນດິນອັນຄົບຖ້ວນຂອງຊາດໄວ້ໄດ້ ແລະ ພັດທະນາກ້າວຂຶ້ນຢ່າງບໍ່ຢຸດຢັ້ງຈົນເທົ່າທຸກວັນນີ້.
ພຶດຕິກໍາຕົວຈິງຕະຫລອດ 47 ປີຂອງລະບອບປະຊາທິປະໄຕ ປະຊາຊົນ ໄດ້ພິສູດໃຫ້ເຫັນຢ່າງຈະແຈ້ງວ່າ: ຍ້ອນມູນເຊື້ອອັນພິລະອາດຫານມູນເຊື້ອວິລະຊົນຂອງຊາດລາວ, ຄວາມດຸໝັ່ນພາກພຽນ, ການປະ ດິດສ້າງ, ຄວາມສະດຸ້ງໄວຂອງທົ່ວພັກເຮົາທີ່ຊີ້ນຳ-ນຳພາລັດ ແລະ ປັບປຸງການບໍລິຫານປະເທດແຕ່ລະໄລຍະໃຫ້ແທດເໝາະກັບສະພາບຄວາມເປັນຈິງ ແລະ ຈຸດພິເສດຂອງປະເທດເຮົາ, ເຕົ້າໂຮມທຸກກຳລັງແຮງ ແລະ ສະຕິປັນຍາຂອງປະຊາຊົນທັງປະເທດໃຫ້ເປັນຈິດໜຶ່ງໃຈດຽວຈຶ່ງເຮັດໃຫ້ສປປ ລາວສາມາດຄົງຕົວ, ນັບມື້ເຕີບໃຫຍ່, ເຂັ້ມແຂງ ແລະ ໜັກແໜ້ນຢ່າງບໍ່ຢຸດຢັ້ງມາເຖິງປັດຈຸບັນ. ມູນເຊື້ອອັນດີງາມ ໄດ້ເນັ້ນຢໍ້າໃຫ້ທຸກການຈັດຕັ້ງໃນລະບົບການເມືອງ, ສະ ມາຊິກພັກ, ພະນັກງານ-ລັດຖະກອນ, ທະຫານ, ຕຳຫລວດ ແລະ ປະຊາຊົນບັນດາເຜົ່າໃນທົ່ວປະເທດຈົ່ງເພີ່ມທະວີຄວາມສາມັກຄີເປັນປຶກແຜ່ນ, ຄວາມຮັບຜິດຊອບການເມືອງ, ເປັນເຈົ້າການຫັນເອົາມູນເຊື້ອແລະ ນໍ້າໃຈວັນຊາດທີ 2 ທັນວາພ້ອມກັນເສີມຂະຫຍາຍໝາກຜົນທີ່ຍາດມາໄດ້ໃນພາລະກິດປ່ຽນແປງໃໝ່ ໂດຍຄະນະພັກແຕ່ລະຂັ້ນພ້ອມກັນສືບຕໍ່ນໍາພາ-ຊີ້ນໍາການຜັນຂະຫຍາຍແນວທາງນະໂຍບາຍ-ມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກເຂົ້າສູ່ວຽກງານຕົວຈິງ ໂດຍກໍາ ແໜ້ນ ແລະ ປະຕິບັດໜ້າທີ່ຕົ້ນຕໍໃຫ້ຖືກ ຕ້ອງເລີ່ມຈາກການສືບຕໍ່ບູລະນະນະລະບອບປະຊາທິປະໄຕປະ ຊາຊົນໃຫ້ສົມບູນຍິ່ງຂຶ້ນ, ສ້າງການຫັນປ່ຽນຢ່າງແຂງແຮງ, ເລິກເຊິ່ງ ແລະ ຮອບດ້ານກ້າວສູ່ຈຸດໝາຍສັງ ຄົມນິຍົມ, ຍົກຄວາມສາມາດປົກປ້ອງອະທິປະໄຕ, ຮັກສາສະຖຽນລະພາບການເມືອງ ຄວາມສະຫງົບຂອງສັງຄົມ, ເສີມຂະຫຍາຍທຸກຄວາມສາມາດທ່າແຮງບົ່ມຊ້ອນ, ສ້າງຖານການຜະລິດ ການບໍລິການໃຫ້ເຂັ້ມແຂງ, ຮັບປະກັນການພົວພັນແບບຍືນຍົງ ແລະ ເປັນເຈົ້າຕົນເອງ, ພັດທະນາຊັບພະຍາກອນມະນຸດຢ່າງແຂງແຮງ, ສ້າງສັງຄົມທີ່ປະຊາຊົນເປັນເຈົ້າ, ມີປະຊາທິປະໄຕ, ສະເໝີພາບ ແລະ ຍຸຕິທໍາ, ປັບປຸງລະບົບການຈັດຕັ້ງ ແລະ ກົນໄກການເຄື່ອນ ໄຫວຂອງບັນດາອົງການກໍາອໍານາດລັດໃຫ້ເຂັ້ມແຂງມີປະສິດທິຜົນ, ເດັດດ່ຽວແກ້ໄຂຈຸດອ່ອນຂໍ້ຄົງຄ້າງພາຍໃນພັກ, ຮັບປະກັນການນໍາພາຕົວຈິງຂອງການຈັດຕັ້ງທຸກຂັ້ນທີ່ເຂັ້ມ ແຂງ ສ້າງການຫັນປ່ຽນວຽກງານພະນັກງານຢ່າງແຂງແຮງ ເລິກເຊິ່ງ.
ນ້ຳໃຈ ວັນຊາດ ທີ 2 ທັນວາ ໝັ້ນຍືນ !
