ປະກາດມີລາງວັນ 10.000.000 ກີບ ສຳລັບການນຳຈັບ ຫລື ມີເບາະແສກ່ຽວກັບຄາຕະກອນ

ທ້າວພອນວິໄລ ເມກສຸລິນ (ແບ໋ດ) ອາຍຸ 40 ປີ, ເຊື້ອຊາດ ແລະ ສັນຊາດ ລາວ, ອາຊີບ ກໍາມະກອນ, ຫນ່ວຍ 13, ຢູ່ບ້ານທາດຫຼວງເໜືອ, ເມືອງໄຊເສດຖາ, ນະຄອນຫຼວງວຽງຈັນ  ຫົວໜ້າອົງການໄອຍະການປະຊາຊົນ ເຂດ IV ນະຄອນຫຼວງວຽງຈັນ ອອກໝາຍຈັບ ໃນວັນທີ 17 ພະຈິກ 2022 ຜ່ານມາ ຈົນມາເຖິງວັນທີ 30 ພະຈິກ 2022 ນີ ຍັງບໍ່ສາມາດຂັບຈັບຕົວມາດຳເນີນຄະດີໄດ້ເທື່ອ.

 

ຜູ້ໃຊ້ເຟສບຸກຊື່ T’tee Sbh  ເຊິ່ງເປັນລູກຊາຍຂອງຜູ້ເສຍຊີວິດ ອອກມາໂພສປະກາດລົງເຟສສ່ວນຕົວວ່າ

ຄ່ານຳຈັບ 10.000.000 ກີບ 
ສະບາຍດີ ຂໍກະບອກສຽງທາງສັງຄົມ ແລະ ສື່ອອນລາຍເຮົາຂໍຄວາມຊ່ວຍເຫລືອແດ່ ຄືວ່າພໍ່ເຮົາໄປໃສ່ບາດແລ້ວຖືກຄົນຂ້າງບ້ານເອົາໄມ້ຟາດຫົວຈາກທາງຫລັງຕອນພໍ່ກຳລັງນັ່ງໃສ່ບາດຢູ່ ສາເຫດແມ່ນ ມັນຜິດກັບເມຍແລ້ວເມຍບໍ່ໃຫ້ເຂົ້າເຮືອນ ແລະ ຕອນເຊົ້າພໍ່ໄປໃສ່ບາດຕອນ 6 ໂມງເຊົ້າ ລະຍ່າງກາຍຫນ້າບ້ານມັນລະມັນວ່າພໍ່ຫລຽວເບິ່ງມັນລະມັນເອົາໄມ້ຄ້ອນນຳໄປຟາດຫົວພໍ່ຢູ່ບ່ອນໃສ່ບາດຈົນບາດເຈັບສາຫັດ (ມີພະຍານເຫັນຈຳນວນຫຼາຍ) ແລະ ນອນຫ້ອງຟື້ນຟູຊີບໄດ້ 8ມື້ທີ່ໂຮງໝໍ, ປັດຈຸບັນພໍ່ໄດ້ເສຍຊີວິດແລ້ວ. ຢາກຂໍຄວາມເຫັນໃຈຊ່ວຍປະກາດນຳຕາມຫາຜູ້ກໍ່ເຫດແດ່ເພາະຕອນນີ້ມັນຫລົບໜີໄປ ແລະ ຄອບຄົວກໍບໍ່ມາຮັບຜິດຊອບ ຂໍຄວາມເຫັນໃຈນຳທຸກຄົນຊ່ວຍເປັນຫູເປັນຕາເບີ່ງຄາຕະກອນຜູ້ນີ້ໃຫ້ແດ່ຖ້າໃຜພົບເຫັນຄົນຮ້າຍ ແລະ ແຈ້ງເບາະແສເຮົານ້ຳໃຈ #10ລ້ານນກີບ ສົມມະນາຄຸນ ແລະ ຖ້າຜູ້ໃດທີ່ໃຫ້ທີ່ພັກພິງກັບຄົນຮ້າຍເຮົາຈະດຳເນີນຄະດີໃຫ້ເຖິງທີ່ສຸດ