
ວັນທີ 30 ພະຈິກ 2022 ນີ້, ທ່ານ ພົຈວ ບຸນລົດ ຄໍາແພງພັນ ກ່າວວ່າ: ໄດ້ປັບປຸງແຜນປ້ອງກັນງານມະຫາກຳກິລາ ເພື່ອໃຫ້ແທດເໝາະກັບສະພາບຕົວຈິງ ແລະ ຖືກຕາມວາລະຂອງການແຂ່ງຂັນແຕ່ລະຊຸດທີ່ພະແນກສຶກສາ ແລະ ກິລາແຂວງ ຮ່າງຂຶ້ນມາ, ໄດ້ຊີ້ນຳບັນດາຫ້ອງ, ປກສ 7 ເມືອງ ແລະ ນຳພານັກສຶກສາ 2 ວິທະຍາຄານ ທີ່ມາລົງຝຶກງານ ແກ້ໄຂບັນຫາຄວາມບໍ່ສະຫງົບ ແລະ ຄວາມບໍ່ເປັນລະບຽບຮຽບຮ້ອຍທາງສັງຄົມຢູ່ໃນຂອບເຂດຄວາມຮັບຜິດຊອບຂອງຕົນແຕ່ນີ້ຮອດສຳເລັດງານມະຫາກຳກິລາແຫ່ງຊາດ ຄັ້ງທີ XI, ໄດ້ປະຊຸມກັບຄະນະນຳກົມໃຫຍ່ຕໍາຫຼວດ ແລະ ກົມວິຊາສະເພາະ ສະຫຼຸບຖອດຖອນບົດຮຽນ ແລະ ແຜນການສືບຕໍ່ແກ້ໄຂສະພາບປະກົດການຫຍໍ້ທໍ້ ແຕ່ນີ້ຮອດສຳເລັດງານແຂ່ງຂັນກິລາ, ຈັດກອງປະຊຸມມອບໝາຍໜ້າທີ່ໃຫ້ຄະນະຮັບຜິດຊອບແຕ່ລະຈຸດປ້ອງກັນ, ພ້ອມທັງລົງກວດກາພື້ນທີ່ຕົວຈິງ ເພື່ອສ້າງແຜນຈັດວາງກຳລັງໃສ່ແຕ່ລະຈຸດ, ເຂົ້າຮ່ວມຮັບຟັງການມອບໝາຍໜ້າທີ່ຂອງກົມໃຫຍ່ເສນາທິການກອງທັບ ແລະ ພ້ອມກັນລົງກວດກາຈຸດປ້ອງກັນຮ່ວມຂອງກຳລັງ ປກຊ-ປກສ, ໄດ້ລົງຊີ້ນຳ ປກສ ກຸ່ມທົ່ງໄຫ ແລະ ອຳນາດການປົກຄອງ ຈຳນວນ 11 ບ້ານ ເກັບກຳສະພາບການເໜັງຕີງຂອງພົນລະເມືອງ ແລະ ຕິດຕາມການເຄື່ອນໄຫວຂອງກຸ່ມຄົນບໍ່ດີຕ່າງໆ, ພ້ອມທັງກວດກາຄືນສັນຍາປ້ອງກັນຄວາມສະຫງົບກັບແຕ່ລະຄອບຄົວ ຢູ່ບັນດາບ້ານອ້ອມຂ້າງສະໜາມກິລາໄຫຫີນ (ສະໜາມເປີດ-ປິດ) ໄດ້ສຳເລັດ, ພ້ອມທັງໄດ້ປະສານສົມທົບກັບບັນດາກໍາລັງມາຈາກກະຊວງປ້ອງກັນຄວາມສະຫງົບ ເຮັດໜ້າທີ່ວຽກງານຮັກສາຄວາມສະຫງົບເປັນຕົ້ນໄດ້ລົງກວດກາບັນດາຈຸດຫຼໍ່ແຫຼມ, ຈຸດມົ້ວສຸມສິ່ງເສບຕິດ, ມ້າງຈຸດມົ້ວສຸມ, ຜູ້ເລ້ລ້ອນ, ລົງກວດກາບັນດາຮ້ານບັນເທີງ, ຮ້ານກິນດື່ມ-ຄາລາໂອເກະ, ພ້ອມທັງເຮັດບົດບັນທຶກສຶກສາອົບຮົມ ສໍາເລັດ. ຜ່ານການກະກຽມຄວາມພ້ອມດັ່ງທີ່ກ່າວມານັ້ນ ມາຮອດປັດຈຸບັນ ແມ່ນມີຄວາມພ້ອມປ້ອງກັນງານສຳຄັນຄັ້ງນີ້ 100%.