ກົມຊັບສິນທາງປັນຍາ ເນັ້ນສ້າງເຄື່ອງໝາຍການຄ້າ ແລະ ເຄື່ອງໝາຍລວມໝູ່ ເພື່ອເປັນຍີ່ຫໍ້ສິນຄ້າຂອງລາວ ເຂົ້າໃນການຂັບເຄື່ອນທຸລະກິດ

ວັນທີ 28 ພະຈິກ 2022, ກົມຊັບສິນທາງປັນຍາ ກະຊວງອຸດສາຫະກຳ ແລະ ການຄ້າ (ອຄ) ໄດ້ຈັດກອງປະຊຸມເຜີຍແຜ່ການຈັດຕັ້ງປະຕິບັດໂຄງການນໍາໃຊ້ຊັບສິນທາງປັນຍາ ເຂົ້າສູ່ຂະບວນການຜະລິດເຂົ້າ ແລະ ຊີ້ນສັດ ໂດຍການສ້າງເຄື່ອງໝາຍການຄ້າ ແລະ ເຄື່ອງໝາຍລວມໝູ່ ເພື່ອເປັນຍີ່ຫໍ້ສິນຄ້າຂອງລາວ, ໂດຍການເຂົ້າຮ່ວມຂອງທ່ານ ນາງ ສີດາ ຢູຕຣີຈັນທະຈັກ, ຮັກສາການຫົວໜ້າກົມຊັບສິນທາງປັນຍາ, ມີຮອງຫົວໜ້າກົມ, ຮອງຫົວໜ້າພະແນກ ອຄ ແລະ ຂະແໜງການຄ້າເຂົ້າຮ່ວມ.

ໃນພິທີ, ທ່ານຮັກສາການຫົວໜ້າກົມຊັບສິນທາງປັນຍາ ປະທານກອງປະຊຸມ ກ່າວວ່າ: ກອງປະຊຸມດັ່ງກ່າວຖືເປັນກິດຈະກຳໜຶ່ງທີ່ຢູ່ໃນໂຄງການນຳໃຊ້ຊັບສິນທາງປັນຍາ ເຂົ້າສູ່ຂະບວນການຜະລິດເຂົ້າ ແລະ ຊີ້ນສັດ ໂດຍການສ້າງເຄື່ອງໝາຍການຄ້າ ແລະ ເຄື່ອງໝາຍລວມໝູ່ ເພື່ອເປັນຍີ່ຫໍ້ສິນຄ້າຂອງລາວ ແລະ ເປັນການເປີດກວ້າງໃຫ້ບັນດາທ່ານໄດ້ສາມາດເຂົ້າໃຈຕື່ມກ່ຽວກັບວຽກງານຊັບສິນທາງປັນຍາ ໂດຍສະເພາະແມ່ນການສ້າງເຄື່ອງໝາຍການຄ້າ ເຊິ່ງເປັນສ່ວນສຳຄັນທີ່ຈະເຮັດໃຫ້ກິດຈະການມີຊື່ສຽງ ແລະ ເປັນທີຮັບຮູ້ໃນທົ່ວສັງຄົມ. ສະນັ້ນ, ໃນສະພາບເງື່ອນໄຂແຫ່ງການສ້າງສາພັດທະນາປະເທດຊາດໄລຍະໃໝ່, ມີຄວາມຮຽກຮ້ອງຕ້ອງການໃຫ້ມີການສ້າງເສດຖະກິດ ໃຫ້ມີປະສິດທິຜົນ ແລະ ມີຄວາມອາດສາມາດດ້ານການແຂ່ງຂັນ ເຊິ່ງເຄື່ອງມືອັນໜຶ່ງກໍແມ່ນຊັບສິນທາງປັນຍາ, ໃນໄລຍະຜ່ານມາ ຢູ່ ສປປ ລາວ ມີການພັດທະນາໄປເທື່ອລະກ້າວເມື່ອປີ 2020 ນະຄອນຫລວງວຽງຈັນ ມີຈຳນວນໂຮງງານອຸດສາຫະກຳ ທີ່ຫລາຍກວ່າໝູ່, ຜະລິດຕະພັນ ກໍມີຈຳນວນເພີ່ມຂຶ້ນຕາມລຳດັບ ແຕ່ການປົກປ້ອງສິດ ຫລື ຜະລິດຕະພັນຂອງຕົນເອງສ້າງຂຶ້ນນັ້ນ ເປັນເລື່ອງທີ່ສຳຄັນ; ເພື່ອເຮັດໃຫ້ສາມາດເພີ່ມມູນຄ່າຂຶ້ນ  ແລະ ໄດ້ຮັບການປົກປ້ອງສິນຄ້າຂອງເຮົານັ້ນການນຳໃຊ້ເຄື່ອງມືທີ່ຖືກຕ້ອງ ເພື່ອຂັບເຄື່ອນທຸລະກິດຈຶ່ງເປັນບັນຫາທີ່ສຳຄັນທີ່ຕ້ອງໄດ້ຮັບຄວາມຮັບເອົາໃຈໃສ່ເປັນຢ່າງສູງ; ຈາກນະໂຍບາຍໜຶ່ງເມືອງໜຶ່ງຜະລິດຕະພັນ.

ໃນຕໍ່ໜ້ານີ້ທາງກົມຊັບສິນທາງປັນຍາ ຈະເນັ້ນໃສ່ວຽກງານການຜັນຂະຫຍາຍຈາກໜຶ່ງຜະລິດຕະພັນ ເປັນໜຶ່ງຊັບສິນທາງປັນຍາ ເພື່ອເຮັດໃຫ້ຊັບສິນທາງປັນຍາເປັນຕົວຊ່ວຍເຂົ້າໃນການຂັບເຄື່ອນທຸລະກິດ ແລະ ເປັນກຸນແຈສຳຄັນຂອງການຂັບເຄື່ອນ, ເປັນການປົກປ້ອງຊັບສິນທາງປັນຍາທີ່ເຂັ້ມແຂງ ຍັງຈະເປັນປັດໄຈສຳຄັນຂອງການເຮັດໃຫ້ເກີດການລົງທຶນ ແລະ ກິດຈະກຳທາງການຄ້າຈາກຕ່າງປະເທດອີກດ້ວຍ.