ມາຮອດປີ 2022 ທົ່ວແຂວງບໍລິຄຳໄຊສະຫລຸບວ່າ ຍັງມີ 3.172 ຄອບຄົວ, 35 ບ້ານ 2 ເມືອງທຸກຍາກ

ວັນທີ 28-29 ພະຈິກ 2022 ນີ້ ແຂວງບໍລິຄຳໄຊ ສະຫຼຸບຕີລາຄາການຈັດຕັ້ງປະຕິບັດວຽກງານກໍ່ສ້າງຮາກຖານການເມືອງ ພັດທະນາຊົນນະບົດຮອບດ້ານ ແກ້ໄຂຄວາມທຸກຍາກ ແລະ ວຽກງານ 3 ສ້າງ ທົ່ວແຂວງ 5 ປີ (2016-2020 ໂດຍການເປັນປະທານຂອງ ທ່ານ ກອງແກ້ວ ໄຊສົງຄາມ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງບໍລິຄຳໄຊ.
ຕະຫຼອດໄລຍະ 5 ປີຜ່ານມາ ແຂວງໄດ້ຫັນເອົາພະນັກງານຫຼັກແຫຼ່ງລົງກໍ່ສ້າງຮາກຖານການ ເມືອງຕາມສະພາບ ແລະ ຈຸດພິເສດຂອງແຕ່ລະເມືອງ, ແຕ່ລະບ້ານ ຕິດພັນກັບການສ້າງພະນັກງານນຳພາຄຸ້ມຄອງ ເພື່ອກະກຽມໃສ່ກອງປະຊຸມ 3 ຂັ້ນ. ນອກນັ້ນ, ການລົງກໍ່ສ້າງຮາກຖານການເມືອງ ແມ່ນໄດ້ລົງແບບປະຈຳປົກກະຕິ, ຕາມຈຸດຫຼໍ່ແຫຼມ, ລົງແກ້ໄຂຕາມກໍລະນີ ແລະ ຕາມຂະແໜງການສາຍຕັ້ງ ຊຶ່ງມີພະນັກງານລົງກໍ່ສ້າງຮາກຖານການເມືອງ ທັງໝົດ 997 ສະຫາຍ ຍິງ 63 ສະຫາຍ, ສາມາດປັບປຸງອົງການປົກຄອງບ້ານຕາມລະບົບ 5 ໜ່ວຍງານສຳເລັດ 100%, ບ້ານທີ່ມີຫ້ອງການບ້ານ ແລະ ປະຈຳການໄດ້ 197 ບ້ານ, ປັບປຸງ ແລະ ສ້າງກົດລະບຽບບ້ານໄດ້ທັງໝົດ 284 ບ້ານ ກວມເອົາ 100%.
ວຽກງານແກ້ໄຂຄວາມທຸກຍາກ ທົ່ວແຂວງມີ 7 ເມືອງ, ມີ 284 ບ້ານ, ມີ 55.716 ຄອບຄົວ ເພີ່ມຂຶ້ນ 8.947 ຄອບຄົວ, ພົນລະເມືອງ 314.579 ຄົນ ຍິງ 157,371 ຄົນ ເພີ່ມຂຶ້ນ 38.053 ຄົນ (ທຽບໃສ່ປີ 2016),
- ຄອບຄົວທຸກຍາກຍັງເຫຼືອ 172 ຄອບຄົວ, ກວມ 5,69% ຫຼຸດລົງ 916 ຄອບຄົວ ຫຼື 1,64%, ຄອບຄົວອະນາຖາ 102 ຄອບຄົວ, ບ້ານທຸກຍາກຍັງເຫຼືອ 35 ບ້ານກວມ 12,32%, ເມືອງທຸກຍາກ 2 ເມືອງ ຄື: ເມືອງວຽງທອງ, ເມືອງໄຊຈຳພອນ
- ຄອບຄົວພັດທະນາ 366 ຄອບຄົວ, ກວມ 97,71%, ເພີ່ມຂຶ້ນ 1.894 ຄອບຄົວ, ກວມ 3,39% ແລະ ສ້າງບ້ານພັດທະນາໄດ້ 216 ບ້ານກວມ 76,06%, ເພີ່ມຂຶ້ນ 12 ບ້ານ ກວມ 4,22%.
- ການສ້າງແຂວງເປັນຫົວໜ່ວຍຍຸດທະສາດຕາມ 7 ດ້ານ, ແຂວງ ບັນລຸ 6 ດ້ານ ທົ່ວແຂວງ ມີ 66 ຕົວຊີ້ບອກ, ສາມາດຈັດຕັ້ງປະຕິບັດ ບັນລຸ 58 ຕົວຊີ້ບອກ, ເທົ່າກັບ 87,87%, ຕົວຊີ້ບອກບໍ່ສາມາດບັນລຸ 8 ຕົວຊີ້ບອກ, ເທົ່າກັບ 12,12%.
- ການສ້າງເມືອງເປັນຫົວໜ່ວຍເຂັ້ມແຂງຮອບດ້ານ ຕາມ 5 ດ້ານ 47 ຕົວຊີ້ບອກ, ເມືອງບັນລຸ 5 ດ້ານ ມີ 6 ເມືອງ, ເມືອງບັນລຸ 4 ດ້ານ ມີ 4 ເມືອງ, ເມືອງບັນລຸ 3 ດ້ານ ມີ 1 ເມືອງ.
- ສ້າງບ້ານເປັນຫົວໜ່ວຍພັດທະນາ 4 ດ້ານ 30 ຕົວຊີ້ບອກ, ບ້ານພັດທະນາ 4 ດ້ານ ມີ 176 ບ້ານ ກວມ 61,97% ຂອງຈຳນວນບ້ານທົ່ວແຂວງ, ບ້ານພັດທະນາ 3 ດ້ານ ມີ 59 ບ້ານ, ບ້ານພັດທະນາ 2 ດ້ານ ມີ 33 ບ້ານ, ບ້ານພັດທະນາ 1 ດ້ານ ມີ 8 ບ້ານ ແລະ ບ້ານທີ່ບໍ່ບັນລຸຈັກດ້ານມີ 8 ບ້ານ.

