ຕຳຫລວດຢູໂຣບ ທຳລາຍຂະບວນການຄ້າຢາເສບຕິດລາຍໃຫຍ່ ຈັບຜູ້ຖືກຫາ 49 ຄົນ

ສຳນັກຂ່າວຕ່າງປະເທດລາຍງານວ່າ: ສຳນັກງານຕຳຫລວດຢູໂຣບອອກຖະແຫລ່ງການໃນວັນທີ 28 ພະຈິກ 2022 ນີ້,  ເຈົ້າໜ້າທີ່ 5 ປະເທດ ໄດ້ແກ່: ສະເປນ, ຝຣັ່ງ, ເບວຢຽມ, ເນເທີແລນ ແລະ ສະຫະລັດອາຫລັບເອມິເຣດ (ຢູເອອີ) ເຮັດວຽກຮ່ວມກັນພາຍໃຕ້ປະຕິບັດການ ທຳລາຍຂະບວນການຄ້າຢາເສບຕິດລາຍໃຫຍ່ ທີ່ຢູ່ໃນທະວີບຢູໂຣບ.

ພາຍໃຕ້ການປະຕິບັດການດັ່ງກ່າວ ເຈົ້າໜ້າທີ່ສາມາດຈັບກຸມຕົວຜູ້ຖືກຫາໄດ້ 49 ຄົນ ໃນ 6 ປະເທດ ທົ່ວຢູໂຣບ ພ້ອມທັງຍຶດຂອງກາງເປັນຢາເສບຕິດປະເພດໂຄເຄນ 30 ໂຕ່ນ ຕະຫລອດການສືບສວນທີ່ດຳເນີນມາດົນເຖິງ 2 ປີ