ຄາເນໂລ ແຊ໊ມມວຍໂລກ ບໍ່ພໍໃຈ ເມສຊີ ໃຊ້ຕີນເຂ່ຍເສື້ອ ເມັກຊີໂກ

ຊາອູລ ຄາເນໂລ ກອນຊາເລສ ແຊ໊ມໂລກ 5 ພິກັດຮຸ່ນມິດເດິລເວດ ຊາວແມັກຊີໂກ ອອກອາການບໍ່ພໍໃຈໃຫ້ ລີໂອເນລ ເມສຊີ ນັກເຕະອາເຈນຕີນາ ຫລັງມີຄລິບສະຫລອງໄຊໃນຫ້ອງແຕ່ງຕົວທີ່ ເມສຊີ ໃຊ້ຕີນເຂ່ຍ ເສື້ອທີມຊາດເມັກຊີໂກ ຫລັງເກມເອົາຊະນະ 2-0 ໃນການແຂ່ງຂັນບານໂລກ 2022.

ຄາເນໂລ ຍອດນັກຊົກເມື່ອທຽບປອນຕໍ່ປອນໃນເວລານີ້ ເຊິ່ງຫາກໍເອົາຊະນະຄະແນນ ເຈນນາດີ ໂກລອບກິນ ຄູ່ຊົກຊາວຄາຊັກສະຖານ ປ້ອງກັນແຊ໊ມ ສະມາຄົມມວຍໂລກ, ສະພາມວຍໂລກ, ສະຫະພັນມວຍໂລກ ແລະ ອົງການມວຍໂລກ ຮຸ່ນ ມິດເດິລເວດ ເອົາໄວ້ໄດ້ ໄດ້ທະວິດຂໍ້ຄວາມວ່າ : “  ພວກເຈົ້າເຫັນ ເມສຊີ ເຊັດພື້ນດ້ວຍເສື້ອ ແລະ ທຸງຊາດຂອງເຮົາບໍ່ ເຈົ້າຕ້ອງສູດພາວະນາຕໍ່ພະເຈົ້າທີ່ ຂ້າຍັງຫາເຈົ້າບໍ່ພົບ ຂ້ອຍເຄົາລົບອາເຈນຕີ ແລະ ເຂົາຄວນຈະເຄົາລົບ ເມັກຊີໂກນຳ ຂ້ອຍບໍີ່ໄດ້ຫມາຍລວມຄົນທັງປະເທດ ແຕ່ສິງທີ່ ເມສຊີ ເຮັດ ມັນຕຳ່ ”.