ຜົນການວິໄຈພົບວ່າ ການແຕ່ງໜ້າບໍ່ພຽງແຕ່ເຮັດໃຫ້ດູດີຂຶ້ນ ແຕ່ຍັງເພີ່ມລະດັບຄວາມໜ້າເຊື່ອຖືໄດ້ອີກດ້ວຍ

ເຊື່ອວ່າສໍາຫລັບໃຜຫລາຍໆຄົນ “ເຄື່ອງສໍາອາງ” ອາດຈະເປັນອຖປະກອນເວດມົນທີ່ສາມາດປ່ຽນທຸກຄົນໃຫ້ເປັນຄົນທີ່ດູດີໄດ້ ຖ້າຜູ້ໃຊ້ມີສີມືຫລາຍພໍ
.
ແຕ່ເຊື່ອບໍ່ວ່າຄວາມຈິງແລ້ວ ເຄື່ອງສໍາອາງນັ້ນບໍ່ພຽງແຕ່ເຮັດໃຫ້ຄົນງາມ ຫລື ຫລໍ່ ຂຶ້ນເທົ່ານັ້ນ, ເພາະການວິໄຈໃໝ່ຂອງວິທະຍາໄລເກດຕິສເບີກ ສະຫະລັດອາເມລິກາ ນັກວິໄຈໄດ້ຄົ້ນພົບວ່າ ການໃຊ້ເຄື່ອງສໍາອາງຍັງສາມາດສ້າງ ຄວາມໜ້າເຊື່ອຖື ໄດ້ອີກດ້ວຍ
.
ນັກວິໄຈຄົ້ນພົບເລື່ອງລາວທີໜ້າສົນໃຈນີ້ຈາກການທົດລອງ 6 ຢ່າງກັບອາສາສະໝັກກວ່າ 300 ຄົນ, ເຊິ່ງໃນແຕ່ລະການທົດລອງ ອາສາສະໝັກຈະໄດ້ເບິ່ງຮູບຜູ້ຍິງທີ່ມີອາຍຸເທົ່າໆກັນ ສອງກຸ່ມ ທີ່ແຕ່ງໜ້າ ແລະ ບໍ່ແຕ່ງໜ້າ, ກ່ອນຈະຖືກຖາມຄໍາຖາມທີ່ແຕກຕ່າງກັນໄປ
.
ພວກເຂົາພົບວ່າໂດຍທົ່ວໄປແລ້ວຜູ້ຍິງທີ່ແຕ່ງໜ້າຈະໄດ້ຮັບຄະແນນຄວາມໜ້າສົນໃຈຫລາຍຂຶ້ນ ເບິ່ງມີຄວາມສາມາດຫລາຍຂຶ້ນ ແລະ ເບິ່ງສຸຂະພາບດີ, ແຕ່ຖ້າຜູ້ທີ່ແຕ່ງໜ້າມີອາຍຸໜ້ອຍພວກເຂົາຈະເບິ່ງເປັນຜູ້ໃຫຍ່ຂຶ້ນທັນທີ ແລະ ຄົນທີ່ມີອາຍຸຫລາຍ ກໍຈະເບິ່ງອາຍຸໜ້ອຍລົງ ເຊິ່ງມາຮອດຈຸດນີ້ການທົດລອງຍັງຄົງເປັນໄປຕາມຄາດ
.
ແຕ່ສິ່ງທີ່ໜ້າສົນໃຈແມ່ນຜູ້ຍິງທີ່ແຕ່ງໜ້າ ຍັງໄດ້ຮັບຄະແນນຄວາມໜ້າເຊື່ອຖື ຫລື ສັກກະຍາພາບໃນການຫາລາຍໄດ້ທີ່ດີຂຶ້ນອີກດ້ວຍ
.
ນັກວິໄຈເຊື່ອວ່າອາດເກີດຈາກການແຕ່ງໜ້າຈະເຮັດໃຫ້ເບິ່ງຄືຄົນປົກກະຕິທີ່ສຸຂະພາບດີ ຫລາຍຂຶ້ນຫລາຍຂຶ້ນ ເຮັດໃຫ້ຄົນເຫລົ່ານັ້ນເບິ່ງອັດທະຍາໄສດີອີກດ້ວຍ
.
ໜ້າເສຍດາຍທີ່ໃນການທົດລອງນີ້ຄົນທີ່ແຕ່ງໜ້າສ່ວນຫລາຍຈະເປັນຜູ້ຍິງເທົ່ານັ້ນ ທີມວິໄຈຈຶ່ງບໍ່ສາມາດຢືນຢັນໄດ້ວ່າຜູ້ຊາຍທີ່ແຕ່ງໜ້າຈະໄດ້ຮັບຜົນທີ່ດີເຊັ່ນດຽວກັນ ຫລື ບໍ່, ແຕ່ຖ້າເບິ່ງຜົນການທົດລອງທີ່ຜ່ານມາ ບາງການທົດລອງໄດ້ບອກວ່າຜູ້ຊາຍກໍດູດີຂຶ້ນໄດ້ຫລັງຈາກທີ່ແຕ່ງໜ້າ.

