ສປປ ເກົາຫລີ ຍິງລູກສອນໄຟຂ້າມປະເທດຍີ່ປຸ່ນ

ກອງທັບ ສ.ເກົາຫລີ ແຈ້ງວ່າ: ໃນຕອນຂ້ອນແຈ້ງຂອງວັນທີ 29 ສິງຫາ, ສປປ ເກົາຫລີ ໄດ້ຍິງລູກສອນໄຟລູກໜຶ່ງຈາກທາງຕາເວັນອອກຂອງນະຄອນຫລວງພຽງຢາງ ໂດຍລູກສອນໄຟດັ່ງກ່າວລອຍຂ້າມນ່ານຟ້າເໜືອເກາະຮອກໄກໂດຂອງຍີ່ປຸ່ນ ກ່ອນຈະແຕກລະເບີດອອກເປັນ 3 ສ່ວນ ແລະ ຕົກລົງໃນມະຫາສະໝຸດປາຊີຟິກ.
ມີລາຍງານວ່າ: ລູກສອນໄຟດັ່ງກ່າວຄ້າຍຄືກັບລູກສອນໄຟໄລຍະໃກ້ທີ່ ສປປ ເກົາຫລີ ຍິງທົດລອງໃນວັນທີ 26 ສິງຫາ ໂດຍໄດ້ລອຍເປັນໄລຍະທາງແນວຮາບທັງໝົດ 2.700 ກິໂລແມັດ ແລະ ຂຶ້ນສູ່ຈຸດສູງສຸດຈາກພື້ນທີ່ໃນລະດັບ 550 ກິໂລແມັດ. ສະຖານີໂທລະພາບ NHK ຂອງຍີ່ປຸ່ນລະບຸວ່າ: ຍັງບໍ່ມີລາຍງານຄວາມເສຍຫາຍແຕ່ຢ່າງໃດ.

ເຖິງວ່າໄລຍະຜ່ານມາ ສປປ ເກົາຫລີ ຈະຍິງທົດລອງລູກສອນໄຟເລື້ອຍໆ, ແຕ່ການຍິງລູກສອນໄຟຄັ້ງນີ້ ຖືເປັນຄັ້ງທຳອິດໃນຮອບ 8 ປີທີ່ຍິງຂ້າມດິນແດນຂອງຍີ່ປຸ່ນ.
ເຫດດັ່ງກ່າວເຮັດໃຫ້ມີການປະກາດເຕືອນໄພສຸກເສີນທົ່ວພາກເໜືອຂອງຍີ່ປຸ່ນ ໂດຍທາງການບອກໃຫ້ປະຊາຊົນຫລົບໄພລູກສອນໄຟໃນອາຄານທີ່ໝັ້ນຄົງແຂງແຮງ ຫລື ຊັ້ນໃຕ້ດິນ. ແຕ່ຢ່າງໃດກໍຕາມ ບໍ່ພົບວ່າກອງກຳລັງປ້ອງກັນຕົນເອງຂອງຍີ່ປຸ່ນໄດ້ພະຍາຍາມຍິງສະກັດລູກສອນໄຟດັ່ງກ່າວ.

ສ່ວນນາຍົກລັດຖະມົນຕີ ຊິນໂຊ ອາເບະ ຂອງຍີ່ປຸ່ນ ຖະແຫລງວ່າ: ເຫດການດັ່ງກ່າວຖືເປັນການຂົ່ມຂູ່ຄຸກຄາມຈາກ ສປປ ເກົາຫລີ ຢ່າງຮ້າຍແຮງແບບບໍ່ເຄີຍປາກົດມາກ່ອນ, ທັງເປັນໄພໃຫຍ່ຫລວງທີ່ທຳລາຍສັນຕິພາບ ແລະ ຄວາມໝັ້ນຄົງໃນພາກພື້ນ. ທ່ານ ອາເບະ ຍັງໃຫ້ຄຳໝັ້ນວ່າລັດຖະບານຈະເຮັດທຸກທາງເພື່ອປົກປ້ອງຊີວິດ ແລະ ສະຫວັດດີພາບຂອງປະຊາຊົນຍີ່ປຸ່ນ.
ໃນອະດີດ ສປປ ເກົາຫລີ ເຄີຍຍິງຈະຫລວດຂ້າມປະເທດຍີ່ປຸ່ນມາແລ້ວ 2 ຄັ້ງ ໃນປີ 1998 ແລະ 2009, ແຕ່ຜ່ານມາ ສປປ ເກົາຫລີ ອ້າງວ່າເປັນການຍິງຈະຫລວດສົ່ງດາວທຽມຂຶ້ນສູ່ວົງໂຄຈອນ ບໍ່ໄດ້ເປັນການຍິງລູກສອນໄຟແຕ່ຢ່າງໃດ.
