ເກົາຫລີໃຕ້ ເປີດໃຊ້ເສັ້ນທາງລົດໂດຍສານບໍ່ມີຄົນຂັບ ໄລຍະທາງ 3,4ກິໂລແມັດ

ສຳນັກຂ່າວຊິນຮວາຂອງສປຈີນລາຍງານວ່າວັນທີ 24 ພະຈິກຢູ່ນະຄອນຫລວງ ​ເຊອູນຂອງ .​ເກົາຫລີ ​ເປີດໃຫ້ບໍລິການ ​ເສັ້ນທາງ​ ລົດປະຈຳທາງ ທີ່ຂັບເຄື່ອນ ໂດຍອັດຕະໂນມັດມີຄວາມຍາວ 3,4 ກິໂລແມັດ ທີ່ບໍລິເວນ ຊອງກາເຢຊອນ ​ໂດຍລົດປະຈຳທາງ ສຸດທັນສະໄໝນີ້ ສາມາດຮັບຮູ້ ສະພາບແວດລ້ອມ ອ້ອມຮອບ ​ເຊັ່ນສັນຍານ ​ໄຟະລາຈອນຄົນຍ່າງຕາມຖະໜົນ ​ແລະສິ່ງຂວາງ ລວມເຖິງສາມາດ​ ຫລົບຫລີກ ສິ່ງກັ້ນຂວາງທີ່ມາແຊງ ​ແລະ ເບກຢຸດສຸກເສີນໄດ້.