ງານແຫ່ພຣະໄຕຣປີດົກ ສືບສານວັດທະນະທຳ ລຳວົງສາລະວັນ ທີ່ແຂວງສາລະວັນ ເປີດຂຶ້ນຢ່າງ ເປັນທາງການ ໃນວັນທີ 25 ພະຈິກ 2022 ມີທ່ານ ໂພໄຊ ໄຊຍະສອນ ເຈົ້າແຂວງ ສາລະວັນ, ທ່ານ ນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີ ກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ), ມີພະເຖລານຸເຖລະ, ມວນຊົນພາຍໃນແຂວງສາລະວັນ ແລະ ຕ່າງແຂວງ ເຂົ້າຮ່ວມຢ່າງຫລວງຫຼາຍ.
ທ່ານ ໂພໄຊ ໄຊຍະສອນ ເຈົ້າແຂວງສາລະວັນ ໄດ້ກ່າວວ່າ: ການຈັດງານດັ່ງກ່າວຂຶ້ນ ເພື່ອ ເປັນຊຸກຍູ້, ສົ່ງເສີມ ແລະ ການອະນຸລັກຮັກສາວັດທະນະທຳ ແມ່ນປະຕິບັດໄດ້ຕາມເນື້ອໃນຄໍາຂວັນຂອງແຂວງ ສາລະວັນ ທີ່ວ່າ: ປີ້ງໄກ່ນາປົ່ງ ເຫລົ້າຂາວເມືອງຄົງ ລຳວົງສາລະວັນ ຄຽງຄູ່ ແລະ ຕິດພັນກັບດ້ານການທ່ອງທ່ຽວ ທາງດ້ານວັດທະນະທຳ, ທຳມະຊາດ ແລະ ປະຫວັດສາດ ໃຫ້ມີບັນຍາກາດຟົດຟື້ນ, ເສີມຂະຫຍາຍມູນເຊື້ອ ວັດທະນະທຳ, ຮີດຄອງປະເພນີ ອັນດີງາມຂອງຊາດຂອງທ້ອງຖິ່ນ ໃຫ້ມີຄວາມຍຶນຍົງ ແລະ ເຜີຍແຜ່ເນື້ອໃນວຽກ ງານດັ່ງກ່າວ ໃຫ້ເລິກເຊິ່ງ, ກວ້າງຂວາງ, ຮັບຮູ້ໄດ້ຄວາມໝາຍຄວາມສຳຄັນ ໂດຍສະເພາະ ຫໍໄຕຣປີດົກ ແຂວງສາລະ ວັນ ທີ່ເປັນຫລັກຖານຢັ້ງຢືນທາງດ້ານປະຫວັດສາດ, ວັດທະນະທຳຂອງນາຍຊ່າງລາວ ທີ່ມີຄວາມຊຳນານ, ສີມືປາ ນິດ, ແກະສະຫລັກແບບສິລະປະສະໄໝກ່ອນ ທີ່ມີຄວາມສະຫງ່າງາມ ເຊິ່ງພົວພັນເຖິງເອກະລັກ, ວິຖີການດຳ ລົງຊີວິດ ຂອງປະຊາຊົນ ແລະ ເພື່ອປົກປັກຮັກສາ ສະຖານທີ່ດັ່ງກ່າວ ໄວ້ເປັນມູນເຊື້ອທາງດ້ານປະຫວັດສາດ ທີ່ຈົບງາມ ໃຫ້ແກ່ລູກຫລານສືບສານຕໍ່ໄປໃນອະນາຄົດ.

ໃນງານຄັ້ງນີ້, ໄດ້ມີຂະບວນສະແດງແຫ່ຂອງແຕ່ລະກ້ອນກຳລັງ ຈາກ 15 ກ້ອນກຳລັງ ທີ່ມາຈາກພະແນກ ການອ້ອມຂ້າງແຂວງ, 8 ຕົວເມືອງ, ໂຮງຮຽນ ແລະ ມວນຊົນທີ່ມີຈຳນວນຫລາຍພັນຄົນ, ໃນນັ້ນປະກອບມີ: ບົດຟ້ອນບູຊາພຣະໄຕຣປີດົກ, ແຫ່ທຸງສາດສະໜາ-ທຸງທິວ, ກວຽນແຫ່ຮູບຈຳລອງຢັ້ງຢືນຮັບຮອງຫໍໄຕຣປີດົກ ເປັນມໍຣະດົກ ແຫ່ງຊາດລະດັບທ້ອງຖິ່ນ, ໜັງສືຜູກໃບລານ, ພະສົງສາມະເນນ, ກ້ອນກຳລັງສືບສານວັດທະນະທຳ ລຳວົງສາລະວັນ, ເຊີນທ່ຽວສາລະວັນ, ສາລະວັນອາດຫານ, ວິຖີຊີວິດສາລະວັນ, ສາລະວັນວັນໃໝ່, ມ່ວນຊື່ນ ສາລະວັນ ແລະ ກ້ອນກຳລັງ 8 ຕົວເມືອງ ຄື: ເມືອງສາລະວັນ, ເລົ່າງາມ, ວາປີ, ຄົງເຊໂດນ, ລະຄອນເພັງ, ຕຸ້ມລານ, ຕະໂອ້ຍ ແລະ ກ້ອນກຳລັງເມືອງສະໝ້ວຍ. ແຕ່ລະກ້ອນ ໄດ້ມີການສະແດງສິລະປະ, ບົດຟ້ອນ, ບົດລຳ ທີ່ສ່ອງ ແສງເຖີງວິທີຊີວິດ, ວັດທະນະທຳ, ຮີດຄອງປະເພນີ, ການນຸ່ງຖືຊຸດຂອງບັນດາເຜົ່າ ທີ່ເປັນເອກະລັກສະເພາະຂອງ ຊາວແຂວງສາລະວັນ ໂດຍໄດ້ເລີ່ມແຫ່ຈາກຂົວຂ້າມນໍ້າເຊໂດນ ເຂົ້າໄປສູ່ ຫໍໄຕຣປີດົກ ວັດສີມຸງຄຸນ (ວັດກາງ) ເພື່ອນຳເອົາທູບທຽນ, ດອກໄມ້, ຂັນໝາກເບັງ ເຂົ້າບູຊາ ແລະ ຖວາຍຕົ້ນກາລະພຶກ, ປັດໄຈຂອງພຸດທະສາ ສະນິກະຊົນ ທີ່ເຂົ້າຮ່ວມງານດັ່ງກ່າວ ຢ່າງຫລວງຫລາຍ ແລະ ມີບັນຍາກາດຟົົດຟື້ນ, ມ່ວນຊື່ນ.