5 ເຄັດລັບຕື່ມພະລັງບວກສຳລັບຄົນເຮັດວຽກຢູ່ເຮືອນ.

    

ເຄັດລັບງ່າຍໆທີ່ຈະຊ່ວຍໃຫ້ຄົນທີ່ຕ້ອງເຮັດວຽກຢູ່ກັບເຮືອນມີຄວາມຄິດດ້ານບວກ ແລະ ມີຄວາມສຸກກັບວຽກທີ່ເຮັດໄດ້ທຸກມື້ ເຊິ່ງເສດຖະກິດຍຸກນີ້ ຫລາຍຄົນອາດມີການປ່ຽນວຽກ, ລາອອກມາເຮັດທຸລະກິດສ່ວນຕົວ ຫລື ຮັບວຽກມາເຮັດຢູ່ເຮືອນ ລວມເຖິງກະສຽນອາຍຸ ແລ້ວອອກມາຢູ່ເຮືອນ, ຕ້ອງປ່ຽນບົດບາດການໃຊ້ຊີວິດຮູບແບບໃໝ່ ເປັນຕົ້ນ ແລະ ຕໍ່ໄປນີ້ກໍແມ່ນບາງແນວທາງທີ່ຈະຊ່ວຍຕື່ມພະລັງບວກໃຫ້ແກ່ທ່ານໃນການເຮັດວຽກຢູ່ກັບເຮືອນ.

  • ຕື່ມພະລັງໃຈ, ຝຶກເບິ່ງໂລກໃນດ້ານດີ ເມື່ອເຮົາມີທັດສະນະຄະຕິທີ່ດີ ທຸກຢ່າງກໍຈະດີຕາມໄປນຳ ສ້າງກຳລັງໃຈໃຫ້ຕົນເອງ ແລະ ຜູ້ອື່ນ.
  • ຮູ້ຈັກປັບຕົວໃຫ້ເຂົ້າກັບສະຖານະການຕ່າງໆ ສາມາດປັບຕົວໄດ້ກັບສະພາບສັງຄົມທີ່ປ່ຽນແປງໄປ ຢູ່ຮ່ວມກັບຜູ້ອື່ນໄດ້ເປັນຢ່າງດີ.
  • ໝັ່ນອ່ານໜັງສື ຫລື ອ່ານບົດຄວາມທີ່ສ້າງແຮງຈູງໃຈ ຫລື ຟັງທຳມະ ທີ່ກະຕຸ້ນໃຫ້ຮູ້ສຶກຕື່ນຕົວ ແລະ ເກີດປັນຍາ ເຊິ່ງຈະຊ່ວຍໃຫ້ເບິ່ງໂລກ ແລະ ຊີວິດໄດ້ຢ່າງເຂົ້າໃຈ.
  • ເຊື່ອວ່າທຸກສິ່ງເປັນໄປໄດ້ ແລະ ເຮົາເຮັດໄດ້ ເປັນການເອີ້ນພະລັງ ຄວາມສາມາດ ແລະ ຄວາມຄິດໃນການແກ້ໄຂບັນຫາອອກມາໃຊ້ ເພາະບໍ່ມີວຽກໃດທີ່ຄ່ອງແຄ້ວໄປຕະຫລອດ, ແຕ່ຂຶ້ນຢູ່ກັບທັດສະນະຄະຕິການເບິ່ງບັນຫາຕ່າງຫາກ.
  • ວາງແຜນວຽກ ແລະ ໃຫ້ລາງວັນກັບຕົນເອງ, ວາງແຜນຈັດລຽງລຳດັບວຽກບໍ່ໃຫ້ເກີດຄວາມສັບສົນ, ນຶກເຖິງຄວາມສຳເລັດເປັນຂັ້ນໆ ເພື່ອເພີ່ມພະລັງໃຈໃນການເຮັດວຽກ ແລະ ເມື່ອທ່ານໄປເຖິງເປົ້າໝາຍນັ້ນໄດ້ໄວ ໂດຍການຄິດບວກໃຫ້ລາງວັນກັບຕົນເອງແດ່ ເມື່ອທ່ານສຳເລັດວຽກທີ່ເຮັດ.

ຕື່ມພະລັງບວກໃຫ້ກັບຕົນເອງໄດ້ງ່າຍໆ ພຽງແຕ່ປ່ຽນວິທີຄິດກໍເຮັດໃຫ້ຊີວິດການເຮັດວຽກມີແຕ່ຄວາມສົດໃສ ແລະ ມີຄວາມສຸກຫລາຍຍິ່ງຂຶ້ນ.