ບັ້ນດຳເນີນຊີວິດການເມືອງ ຂອງ ປກສ ແຂວງ ມີນາຍແລະ ພົນຕຳຫຼວດທັງໝົດ 331 ນາຍ ຈັດຢູ່ປະເພດແຂງ 301 ນາຍ, ປານກາງ 24 ນາຍ ແລະ ອ່ອນ 6 ນາຍ

ທ່ານ ພັທ ບົວທອງ ບໍລິບານ ຄະນະພັກກອງບັນຊາການ ເລຂາຄະນະພັກຮາກຖານ ຫົວໜ້າຫ້ອງຕຳຫຼວດ ປກສ ແຂວງວຽງຈັນ ສະຫຼຸບ ຜົນສຳເລັດບັ້ນດຳເນີນຊີວິດການເມືອງ ປະຈຳປີ ວັນທີ 24 ພະຈິກ 2022 ຜ່ານມານີ້ເຫັນວ່າ:
ນາຍ ແລະ ພົນຕຳຫຼວດ ພາຍໃນຫ້ອງຕຳຫຼວດ ສ່ວນຫຼາຍແມ່ນຢຶດໝັ້ນ ແລະ ເຮັດວຽກບົນພື້ນຖານ ສຽງສ່ວນນ້ອຍ ຂຶ້ນກັບສຽງສ່ວນຫຼາຍ, ບຸກຄົນຂຶ້ນກັບການຈັດຕັ້ງ, ຂັ້ນລຸ່ມຂຶ້ນກັບຂັ້ນເທິງ, ນຳພາຕົກລົງເປັນໝູ່ຄະນະ ໂດຍມີການແບ່ງວຽກແບ່ງງານ, ແບ່ງຄວາມຮັບຜິດຊອບ ໃຫ້ແກ່ບຸກຄົນໃນຄະນະຮັບຜິດຊອບຢ່າງຈະແຈ້ງ ເຮັດວຽກຢ່າງມີແຜນການ ມີໂຄງການຢ່າງລະອຽດ ມີຈຸດສຸມ ລົງເລິກໃກ້ຊິດຕິດແທດກັບຕົວຈິງ ຕິດຕາມຜົນການດຳເນີນງານໃນການຈັດຕັ້ງປະຕິບັດວຽກງານ ມີການລາຍງານຂໍທິດຊີ້ນຳຈາກຂັ້ນເທິງ ມີການສ່ອງແສງລາຍງານ ແລະ ມີການສະຫຼຸບຖອດຖອນບົດຮຽນໃນແຕ່ລະໄລຍະ.
ນາຍ ແລະ ພົນຕຳຫຼວດຈຳນວນໜຶ່ງ ຍັງບໍ່ທັນຊອກຮູ້ຮ່ຳຮຽນດ້ວຍຕົນເອງ ການຫັນເອົາແນວທາງນະໂຍບາຍ, ມະຕິ, ຄຳສັ່ງ, ຂໍ້ກຳນົດກົດລະບຽບຂອງພັກ ກົດໝາຍຂອງລັດ ແຜນພັດທະນາເສດຖະກິດ-ສັງຄົມ ໃຫ້ເປັນແຜນການ, ໂຄງການອັນລະອຽດຂອງກົມກອງຍັງເຮັດໄດ້ນ້ອຍ ບໍ່ມີຈຸດສຸມ ຍັງຊັກຊ້າ ປະກົດການຫຍໍ້ທໍ້ຍັງເກີດຂຶ້ນຫຼາຍຢູ່ໃນກົມກອງ ແລະ ຢູ່ໃນສັງຄົມ.
ນາຍ ແລະ ພົນຕຳຫຼວດ ທີ່ເປັນຂັ້ນນຳພາ-ບັນຊາຢູ່ໃນແຕ່ລະຂັ້ນຈຳນວນໜຶ່ງຍັງຖືເບົາ ບໍ່ທັນໄດ້ເອົາໃຈໃສ່ແກ້ໄຂຕາມຄວາມຮັບຜິດຊອບຂອງຕົນ, ນາຍ ແລະ ພົນຕຳຫຼວດທີ່ເປັນຂັ້ນນຳພາ-ບັນຊາ ຢູ່ໃນແຕ່ລະຂັ້ນຈຳນວນໜຶ່ງ ຍັງມີການເຄື່ອນໄຫວບໍ່ ເໝາະສົມ ຫຼີ້ນກິນຟຸ່ຍເຟືອຍເກີນຂອບເຂດ ພາໃຫ້ມີຫາງສຽງວິພາກວິຈານຈາກສັງຄົມ ແລະ ເກີດມີໜີ້ສິນ, ສັງລວມແລ້ວ ການເປີດບັ້ນດຳເນີນຊີວິດການເມືອງໃນທົ່ວກໍາລັງປ້ອງກັນຄວາມສະຫງົບແຂວງ ເວົ້າລວມ ເວົ້າສະເພາະ ຂອງຫ້ອງຕຳຫຼວດ ປກສ ແຂວງຄັ້ງນີ້ ແມ່ນໄດ້ຮັບໝາກຜົນສູງ ສາມາດເຫັນໄດ້ດ້ານດີ, ດ້ານອ່ອນ ແລະ ທິດທາງທີ່ຈະຕ້ອງແກ້ໄຂໃນຕໍ່ໜ້າເປັນຕົ້ນແມ່ນດ້ານຄຸນທາດການເມືອງ, ຄຸນສົມບັດສິນທຳປະຕິວັດ, ມີນ້ຳໃຈເສຍສະຫຼະເພື່ອຜົນປະໂຫຍດສ່ວນລວມ, ຄວາມຮັບຜິດຊອບດ້ານການເມືອງ ແບບແຜນວິທີນຳພາ, ວິທີເຮັດວຽກ, ແບບແຜນດຳລົງຊີວິດ, ຄວາມເປັນແບບຢ່າງຂອງນາຍ ແລະ ພົນຕຳຫຼວດຈຳນວນໜຶ່ງ.
ຜ່ານບັ້ນດຳເນີນຊີວິດການເມືອງໃນທົ່ວກຳລັງປ້ອງກັນຄວາມສະຫງົບ ຫ້ອງຕຳຫຼວດ ປກສ ແຂວງ ມີນາຍແລະ ພົນຕຳຫຼວດທັງໝົດ 331 ສະຫາຍ, ຍິງ 51 ສະຫາຍ ເຫັນວ່າສາມາດຕີລາຄາຈັດແບ່ງປະເພດຄື: ປະເພດແຂງມີ 301 ສະຫາຍ, ຍິງ 47 ສະຫາຍ, ເທົ່າກັບ 90,93%, ປະເພດກາງມີ 24 ສະຫາຍ, ຍິງ 4 ສະຫາຍ, ເທົ່າກັບ 7,25%, ປະເພດອ່ອນມີຈຳນວນທັງໝົດ 6 ສະຫາຍ, ເທົ່າກັບ 1,93%.