29-31 ສິງຫານີ້ຈະມີຝົນຕົກຟ້າຄະນອງໃນລະດັບຄ່ອຍຢູ່ທົ່ວໄປ

ກົມອຸຕຸນິຍົມ ແລະ ອຸທົກກະສາດ ໃຫ້ຮູ້ວ່າ: ນັບແຕ່ວັນທີ 29-31 ສິງຫານີ້, ບໍລິເວນຄວາມກົດດັນອາກາດ ຕ່ຳຍັງຈະສືບ  ຕໍ່ປົກຄຸມຢູ່ທົ່ວທຸກພາກຂອງລາວດ້ວຍກຳລັງປານກາງ, ສົມທົບກັບກະແສລົມຕາ ເວັນຕົກ-ຕາ ເວັນຕົກສ່ຽງໃຕ້ພັດປົກຄຸມ, ລັກສະນະດັ່ງກ່າວຈະເຮັດໃຫ້ມີຝົນຕົກຟ້າຄະນອງໃນລະດັບຄ່ອຍຢູ່ທົ່ວໄປ ແລະ ຕົກປານກາງ, ພ້ອມມີລົມພັດ ແຮງຢູ່ບາງທ້ອງຖິ່ນແຂວງພາກກາງຫາພາກໃຕ້.

ພາກເໜືອດ້ານຕາເວັນອອກ: ຍັງຈະມີຝົນຕົກໃນລະດັບຄ່ອຍ ແລະ ຕົກປານກາງເປັນບາງໂອກາດຢູ່ບາງທ້ອງຖິ່ນ, ພາກເໜືອດ້ານຕາເວັນຕົກ: ຈະມີຝົນຕົກຟ້າຄະນອງໃນລະດັບຄ່ອຍ ແລະ ຕົກປານກາງ, ພ້ອມມີລົມພັດແຮງ ເປັນບາງໂອ ກາດຢູ່ບາງທ້ອງຖິ່ນ; ພາກກາງ: ຈະມີຝົນຕົກໃນລະດັບຄ່ອຍ ແລະ ຕົກປານກາງຢູ່ບາງທ້ອງຖິ່ນ; ພາກໃຕ້: ຈະມີຝົນຕົກ ໃນລະດັບຄ່ອຍຫາປານກາງຢູ່ທົ່ວໄປ, ພ້ອມມີລົມພັດແຮງເປັນບາງໂອກາດຢູ່ບາງທ້ອງຖິ່ນ ແລະ ສຳລັບນະຄອນຫລວງວຽງຈັນ: ຈະມີຝົນຕົກໃນລະດັບຄ່ອຍຢູ່ບາງບໍລິເວນ, ພ້ອມມີລົມພັດແຮງເປັນບາງໂອກາດ. ຕະຫລອດໄລຍະວັນທີ 29-31 ສິງຫານີ້, ລະດັບນ້ຳຂອງ ແລະ ແມ່ນ້ຳສາຂາ ໂດຍສ່ວນໃຫຍ່ຈະຫລຸດລົງເປັນລຳດັບ.