ປາຕິຫານ ! ກູ້ໄພພົບເດັກນ້ອຍອາຍຸ 6 ປີລອດຊີວິດ ຢູ່ກ້ອງຊາກອາຄານຫັກພັງເຖິງ 2 ວັນ

ຜູ້ເສຍຊີວິດຈາກແຜ່ນດິນໄຫວຮຸນແຮງຢູ່ເກາະຊາວາຂອງອິນໂດເນເຊຍເພີ່ມເປັນ 270 ກວ່າຄົນ ແລະ ຍັງມີຜູ້ສູນຫາຍ. ເຖິງຢ່າງໃດກໍຕາມ, ທຸກຝ່າຍຍັງບໍ່ໝົດຄວາມຫວັງ ເມື່ອເຈົ້າໜ້າທີ່ຊ່ວຍເດັກນ້ອຍຜູ້ຊາຍອາຍຸ 6 ປີ ເຊິ່ງຕົກຄ້າງຢູ່ກ້ອງຊາກອາຄານຫັກພັງດົນກວ່າ 2 ວັນ.

ວັນທີ 24 ພະຈິກ 2022, ສຳນັກຂ່າວຕ່າງປະເທດລາຍງານວ່າ: ຈາກກໍລະນີການເກີດແຜ່ນດິນໄຫວຮຸນແຮງ 5,6 ແມກນິຈູດ ມີຈຸດສູນກາງຢູ່ເລິກລົງໄປໃຕ້ພື້ນດິນພຽງ 10 ກິໂລແມັດ ໃກ້ກັບເມືອງຊຽນເຈີ ໃນເກາະຊາວາ ແລະ ຢູ່ຫ່າງຈາກນະຄອນຫລວງຈາກາຕາຂອງອິນໂດເນເຊຍ ໄປທາງຕາເວັນອອກສຽງໃຕ້ປະມານ 75 ກິໂລແມັດ ໃນວັນທີ 21 ພະຈິກຜ່ານມາ.

ສຳນັກງານປ້ອງກັນ ແລະ ບັນເທົາສາທາລະນະໄພຂອງອິນໂດເນເຊຍຢືນຢັນຈຳນວນຜູ້ເສຍຊີວິດເພີ່ມເປັນຢ່າງໜ້ອຍ 271 ຄົນ ແລະ ມີຜູ້ໄດ້ຮັບບາດເຈັບຫລາຍກວ່າ 1.000 ຄົນ, ສ່ວນເຈົ້າໜ້າທີ່ກູ້ໄພ ເຊິ່ງລວມທັງທະຫານ, ຕຳຫລວດ ແລະ ອາສາສະໝັກ ຍັງປ່ຽນໝູນວຽນໜ້າທີ່ກັນຕະຫລອດ 24 ຊົ່ວໂມງ ເພື່ອຄົ້ນຫາຜູ້ສູນຫາຍຕາມລາຍຊື່ອີກປະມານ 40 ຄົນ.

ຂະນະທີ່ສື່ທ້ອງຖິ່ນລາຍງານວ່າ: ເຈົ້າໜ້າທີ່ກູ້ໄພໃຫ້ການຊ່ວຍເຫລືອທ້າວ ອັຊກາ ເດັກນ້ອຍຜູ້ຊາຍອາຍຸ 6 ປີ ເຊິ່ງຕົກຄ້າງຢູ່ກ້ອງຊາກຫັກພັງດົນກວ່າ 2 ວັນ ທ່າມກາງຄວາມດີໃຈຢ່າງສູງສຸດຂອງທຸກຝ່າຍ. ເຖິງຢ່າງໃດກໍຕາມ, ເຈົ້າໜ້າທີ່ພົບສົບຜູ້ເປັນແມ່ຕູ້ຂອງທ້າວ ອັຊກາ ຢູ່ຂ້າງເດັກນ້ອຍ.

ປະທານາທິບໍດີ ໂຈໂຄ ວິໂດໂດ ຜູ້ນຳອິນໂດເນເຊຍ ລົງພື້ນທີ່ເມືອງຊຽນເຈິ ເພື່ອສຳຫລວດສະພາບຄວາມເສຍຫາຍຂອງພື້ນທີ່ ໃນວັນທີ 22 ພະຈິກຜ່ານມາ ແລະ ສັງເກດການການເຮັດວຽກຂອງໜ່ວຍງານບັນເທົາສາທາລະນະໄພ ພ້ອມທັງໃຫ້ກຳລັງໃຈຜູ້ປະສົບໄພ ໂດຍທ່ານ ວິໂດໂດ ຢືນຢັນໃຫ້ການຊ່ວຍເຫລືອປະຊາຊົນໃນລະດັບສູງສຸດ ລວມທັງການມອບເງິນຊ່ວຍເຫລືອ, ແຕ່ຍັງບໍ່ມີການລະບຸຈຳນວນເງິນຢ່າງເປັນທາງການ.