ຢູຟາ ຂູ່ແຍກຕົວອອກຈາກ ຟີຟາ ຫລັງບໍ່ພໍໃຈຫ້າມໃສ່ປອກແຂນ OneLove

ສະຫະພັນບານເຕະຢູໂຣບ (EUFA)  ພວມລວມຕົວກັນເພື່ອພິຈາລະນາເລື່ອງການແຍກຕົວອອກຈາກສະຫະພັນບານເຕະນາໆຊາດ (FIFA) ໂດຍມີ ເດນ ມາກ ເປັນແກນນຳ ແລະ ຍັງຢືນຢັນອີກວ່າ ຈະບໍ່ເລືອກ ຈານນີ ອິນຟານຕີໂນ ປະທານຟີຟາຄົນປັດຈຸບັນໃຫ້ດຳລົງຕຳແໜ່ງອີກສະໄຫມຢ່າງແນ່ນອນ.

ສະມາຊິກຢູຟາ ຫລາຍຊາດບໍ່ພໍໃຈການກະທຳຂອງ ຟີຟາ ທີ່ສັ່ງຫ້າມບໍ່ໃຫ້ຫົວໜ້າທີມຂອງແຕ່ລະຊາດໃສ່ປອກແຂນທີ່ມີຂໍ້ຄວາມວ່າ OneLove ທີ່ໃສ່ເພື່ອສື່ເຖິງຄວາມເທົ່າທຽມ ທັງທາງເພດ, ເຊື້ອຊາດ, ສີຜິວ, ຄວາມເຊື່ອ, ວັດທະນະທຳ, ອາຍຸ ແລະ ການເລືອກປະຕິບັດທັງຫມົດ ໃນໄລຍະບານໂລກ ທີ່ກາຕ້າ.

ລາຍງານຂ່າວເປີດເຜີຍວ່າ ຟາຟາ ໄດ້ສ່ົງເຈົ້າໜ້າທີ່ໄປທີ່ສູນເຝິກຂອງທີມຊາດອັງກິດ 6 ຄົນ ກ່ອນເກມເປີດສະໜາມກັບ ອີຣ່ານ ເພື່ອຕັກເຕືອນ ແລະ ຂູ່ວ່າຈະຖືກລົງໂທດເປັນການຮັບໃບເຫລືອງທັນທີ ຖ້າຫາກຫົວໜ້າທີມຊາດໃດໃສ່ປອກແຂນດັ່ງກ່າວ ເຮັດໃຫ້ປະເທດໃນຢູໂຣບທັງ ອັງກິດ, ເວລ, ເບລຢ້ຽມ, ເນເທີແລນ, ສະວິດເຊີແລນ, ເຢຍລະມັນ ແລະ ເດນມາກ ຕັດສິນໃຈບໍ່ໃສ່.

ຫລ້າສຸດ ເຢສເປີ ໂມລເລີ ປະທານສະມາຄົມບານເດນມາກ ເຊ່ິງສະແດງທ່າທີບໍ່ພໍໃຈຕໍ່ການກະທຳຂອງ ຟີຟາ ຢ່າງເປີດເຜີຍ ກ່າວກັບ ດິ ແອດເລຕິກ ວ່າ “ ມັນບໍ່ແມ່ນການຕັດສິນໃຈທີ່ຫາກໍເຮັດຕອນນີ້ ເຮົາຊັດເຈນເລື່ອງນີ້ມາດົນແລ້ວ ເຮົາໄດ້ລົມກັບຊາດໃນແຖບນໍດິກ ມາຕັ້ງແຕ່ເດືອນສິງຫາ ເຮົາພວມຄາດການເຖິງສິ່ງທີ່ຈະເກີດຂຶ້ນ ແລະ ຕ້ອງກຽມກົນລະຍຸດໃຫ້ພ້ອມ ແຕ່ທີ່ແນ່ນອນກໍຄື ເດນມາກ ຈະບໍ່ເປັນຫນຶ່ງໃນຊາດທີ່ປະທານຟີຟາຄົນປັດຈຸບັນໃຫ້ກັບມາເຮັດໜ້າທີ່ ”.