ລາວ ແລະ ກອງທຶນອະນຸລັກທຳມະຊາດໂລກຫາລືສົ່ງເສີມປູກ ແລະ ການປຸງແຕ່ງໄມ້ສັກ

ອາທິດຜ່ານມານີ້, ກະຊວງກະສິກຳ-ປ່າໄມ້ ແລະ ອົງການກອງ ທຶນອະນຸລັກທໍາມະຊາດໂລກປະຈໍາລາວ, ໄດ້ຈັດກອງປະຊຸມປຶກສາຫາລືວຽກ ງານສົ່ງເສີມການປູກ ແລະ ການປຸງແຕ່ງໄມ້ສັກຂຶ້ນທີ່ແຂວງຫຼວງພະບາງ, ຝ່າຍລາວນຳໂດຍທ່ານຮອງລັດຖະມົນຕີກະຊວງກະສິກໍາ ແລະ ປ່າໄມ້, ມີທ່ານຫົວໜ້າກອງທຶນອະນຸລັກທຳມະຊາດໂລກປະຈຳລາວ ແລະ ຮອງເຈົ້າແຂວງຫລວງພະບາງເຂົ້າຮ່ວມນຳດ້ວຍ.
ເພື່ອປຶກສາຫາລືດ້ານນະໂຍບາຍ ແລະ ລະບຽບການກ່ຽວຂ້ອງກ່ຽວກັບ ການປູກໄມ້ສັກ, ການຄຸ້ມຄອງ, ການປຸງແຕ່ງ ແລະ ການສົ່ງອອກ, ເຊິ່ງໃນປະຈຸບັນມີຫຼາຍກ່ວາ 50 ປະເທດໃນທົ່ວໂລກໄດ້ສະໜັບ ສະໜູນການປຸກໄມ້ສັກ ແລະ ມີປະມານ 6 ລ້ານເຮັກຕາໃນທົ່ວໂລກ ແລະ ສະເພາະລາວເຮົາມີປະມານ 30.000 ເຮັກຕາ.
ຂະນະທີ່ໃນຜ່ານມານີ້, ການສົ່ງອອກໄມ້ແປຮູບ ແລະ ຜະລິດຕະພັນໄມ້ສັກຂອງລາວເຮົາສ່ວນໃຫຍ່ແມ່ນສົ່ງໄປປະເທດຈີນ, ໄທ, ຫວຽດນາມ ແລະ ຄາດວ່າຮອດປີ 2020 ລາວຈະສາມາດສົ່ງອອກໄດ້ຢ່າງໜອ້ຍ 30.000 ແມັດກ້ອນ, ດ້ວຍການເພີ່ມທະວີສົ່ງເສີມການຢັ້ງຢືນອອກໃບທະບຽນສວນປູກ, ການຕັດ ແລະ ຂັ້ນຕອນ ການແປຮູບເພື່ອສ້າງມູນຄ່າເພີ່ມໃຫ້ຜະລິດຕະພັນໄມ້ດັ່ງກ່າວສູງຂຶ້ນ.

