ປັກກິ່ງສັ່ງປິດສວນສາທາລະນະ-ພິພິຕະພັນ ຫລັງຈຳນວນຜູ້ຕິດເຊື້ອໂຄວິດເພີ່ມສູງຂຶ້ນ

ນະຄອນຫລວງປັກກິ່ງ ເຊິ່ງເປັນເມືອງຫລວງຂອງຈີນ ປະກາດປິດສວນສາທາລະນະ ແລະ ພິພິຕະພັນໃນວັນທີ 22 ພະຈິກ, ຂະນະທີ່ເມືອງອີກຫລາຍແຫ່ງຂອງຈີນໄດ້ເລີ່ມກັບມາໃຊ້ມາດຕະການປູພົມກວດເຊື້ອໂຄວິດ-19 ຂະໜາດໃຫຍ່ ເພື່ອຕໍ່ສູ້ກັບການແພ່ລະບາດຮອບໃໝ່ທີ່ເກີດຂຶ້ນທົ່ວປະເທດ ແລະ ສ້າງຄວາມກັງວົນວ່າຈະສົ່ງຜົນກະທົບຕໍ່ເສດຖະກິດຈີນ.

ຄະນະກຳມະການດ້ານສຸຂະພາບແຫ່ງຊາດຂອງຈີນ (NHC) ຖະແຫລງໃນວັນທີ 22 ພະຈິກວ່າ: ຈີນພົບຜູ້ຕິດເຊື້ອໂຄວິດ-19 ທົ່ວປະເທດຈຳນວນ 28.127 ຄົນໃນວັນທີ 21 ພະຈິກ ເຊິ່ງເພີ່ມຂຶ້ນຈາກລະດັບ 27.095 ຄົນໃນວັນທີ 20 ພະຈິກ. ຂະນະດຽວກັນ ຈີນພົບຜູ້ເສຍຊີວິດເພີ່ມອີກ 2 ຄົນໃນວັນທີ 20 ພະຈິກ ສົ່ງຜົນໃຫ້ຈຳນວນຜູ້ເສຍຊີວິດຈາກພະຍາດໂຄວິດ-19 ໃນຈີນເພີ່ມຂຶ້ນເປັນ 5.231 ຄົນ.

ສ່ວນໃນນະຄອນຫລວງປັກກິ່ງພົບຜູ້ຕິດເຊື້ອຈຳນວນ 1.438 ຄົນໃນວັນທີ 21 ພະຈິກ ເຊິ່ງເປັນລະດັບສູງສຸດແບບບໍ່ເຄີຍມີມາກ່ອນຈາກລະດັບ 962 ຄົນໃນວັນທີ 20 ພະຈິກ ສົ່ງຜົນໃຫ້ເທສະບານນະຄອນຫລວງປັກກິ່ງຮຽກຮ້ອງໃຫ້ປະຊາຊົນຢູ່ແຕ່ເຮືອນເພື່ອຄວບຄຸມການແພ່ລະບາດ.

ທັງນີ້, ນະຄອນຫລວງປັກກິ່ງຍອມຮັບວ່າກຳລັງຜະເຊີນການແພ່ລະບາດຄັ້ງຮຸນແຮງທີ່ສຸດ ແລະ ໄດ້ວາງກົດລະບຽບທີ່ເຂັ້ມງວດສຳລັບປະຊາຊົນທີ່ຈະເດີນທາງເຂົ້ານະຄອນຫລວງປັກກິ່ງ ໂດຍກຳນົດໃຫ້ຜູ້ທີ່ເດີນທາງມາຈາກພື້ນທີ່ອື່ນໃນຈີນຕ້ອງເຂົ້າຮັບການກວດເຊື້ອໂຄວິດ-19 ເປັນເວລາ 3 ວັນກ່ອນຈະໄດ້ຮັບອະນຸຍາດໃຫ້ອອກຈາກບ່ອນພັກໄດ້.

ສ່ວນພິພິຕະພັນຫລາຍແຫ່ງໃນນະຄອນຫລວງປັກກິ່ງຖືກສັ່ງປິດໃນວັນທີ 22 ພະຈິກ, ຂະນະທີ່ສະຖານທີ່ທ່ອງທ່ຽວຫລາຍແຫ່ງ ເຊິ່ງລວມທັງສວນເຄື່ອງຫລິ້ນ Happy Valley ແລະ ສວນສາທາລະນະ Chaoyang Park ເຊິ່ງເປັນສະຖານທີ່ພັກຜ່ອນ ແລະ ຫລິ້ນກິລາ ກໍຈະປິດເຊັ່ນກັນ ເນື່ອງຈາກການແພ່ລະບາດຂອງພະຍາດໂຄວິດ-19.