ປກສ ແຂວງຫົວພັນ ຈັບຄູ່ຮັກບ່າວສາວທີ່ຮ່ວມກັນຄ້າຂາຍນໍ້າໃບກະທ່ອມມາສຶກສາອົບຮົມ

ປກສ ແຂວງຫົວພັນ ລາຍງານວ່າ: ວັນທີ 17 ພະຈິກ 2022 ຜ່ານມາ, ໃນຂະນະທີ່ເຈົ້າໜ້າທີ່ກຳລັງປະຕິບັດໜ້າທີ່ລ່າຕະເວນ ໄດ້ພົບເຫັນເປົ້າໝາຍທີ່ຕ້ອງສົງໄສຂັບຂີ່ລົດຈັກຍີ່ຫໍ້ ຮອນດ້າຄຣິກ ສີດຳແດງ ໝາຍເລກທະບຽນ ດຈ 4478 ກໍາແພງນະຄອນ ຊ້ອນກັນມາ ຢູ່ເສັ້ນທາງເຂດສວນສາທາລະນະຫົວພັນ-ກວາງນິງ ຈຶ່ງໄດ້ຂໍກວດຄົ້ນຕາມລະບຽບການ; ຜ່ານການກວດຄົ້ນ ແລະ ສອບສວນ ຮູ້ວ່າຜູ້ຂັບຂີ່ຊື່ທ້າວ ພຸດຕາວັນ (ເລ່) ອາຍຸ 23 ປີ ປະຊາຊົນຢູ່ບ້ານນາທອງ ເມືອງຊຳເໜືອ ແຂວງຫົວພັນ ແລະ ພົບເຫັນນ້ຳໃບກະທ່ອມ 10 ຕຸກ. ຈາກນັ້ນເຈົ້າໜ້າທີ່ໄດ້ໄປກວດຄົ້ນເຮືອນຂອງນາງ ປັອກ ອາຍຸ 23 ປີ ປະຊາຊົນຢູ່ບ້ານ ທາດເມືອງ ເມືອງຊຳເໜືອ ແຂວງຫົວພັນ ໄດ້ພົບເຫັນນ້ຳໃບກະທ່ອມ 7 ຕຸກ ຢູ່ໃນຕູ້ເຢັນ ແລະ ເສດໃບກະທ່ອມຕົ້ມແລ້ວ 1 ຖົງ.
ຜ່ານການສອບສວນຂອງເຈົ້າໜ້າທີ່ພວກກ່ຽວໄດ້ຮັບສາລະພາບວ່າ: ທັງສອງໄດ້ຮູ້ຈັກກັນ ແລະ ເປັນຄູ່ຮັກບ່າວສາວ ເຊິ່ງເລີ່ມແຕ່ເດືອນ ກໍລະກົດ 2022 ທັງສອງໄດ້ເລີ່ມພົວພັນຕິດຕໍ່ຊື້ໃບກະທ່ອມມາຕົ້ມຂາຍ ເພື່ອຫາລາຍໄດ້ ໂດຍໄດ້ສັ່ງຊື້ຜ່ານທາງສື່ອອນລາຍ ເຟສບຸກ, ຫລັງຈາກສັ່ງຊື້ໃບກະທ່ອມໄດ້ມາແລ້ວ ໄດ້ນໍາມາຕົ້ມປຸ່ງແຕ່ງໃສ່ຕຸກນໍ້າດື່ມໄວ້ ເພື່ອຂາຍໃຫ້ໄວໜຸ່ມຢູ່ພາຍໃນເທດສະບານເມືອງຊຳເໜືອ.
ດັ່ງນັ້ນ, ເຈົ້າໜ້າທີ່ຈຶ່ງໄດ້ນຳຕົວພວກກ່ຽວທັງສອງມາສຶກສາອົບຮົມກ່າວເຕືອນບໍ່ໃຫ້ກະທຳຜິດເປັນຄັ້ງຕໍ່ໄປແລ້ວມອບໃຫ້ຄອບຄົວ ແລະ ອົງການປົກຄອງບ້ານສຶກສາອົບຮົມຕື່ມອີກ. ເຊິ່ງໃບກະທ່ອມ ຫລື ນ້ຳກະທ່ອມເປັນພືດທີ່ມີສານເສບຕິດ ແລະ ຍັງເປັນພືດທີ່ກົດໝາຍຂອງ ສປປ ລາວ ເກືອດຫ້າມ ບໍ່ອະນຸຍາດໃຫ້ປູກ, ປຸ່ງແຕ່ງ, ຜະລິດ, ຊື້-ຂາຍ, ຈຳໜ່າຍ, ຄອບຄອງ, ນຳເຂົ້າ-ສົ່ງອອກ ແລະ ຂົນສົ່ງຜ່ານ ສປປ ລາວ.

