ຫົວສີໄຄບ້ານ ກັບ ຫົວສີໄຄຫອມ ຕ່າງກັນແນວໃດ?

 

ຫົວສີໄຄເປັນພືດຊະນິດໜຶ່ງທີ່ເຮົາຄຸ້ນເຄີຍກັນມາດົນ ແລະ ມັກຈະເຫັນໃນອາຫານລາວພື້ນບ້ານຫລາຍຊະນິດທີ່ມັກໃສ່ຫົວສີໄຄ ເພື່ອເຮັດໃຫ້ອາຫານມີກິ່ນຫອມ, ເຊິ່ງມື້ນີ້ພວກເຮົາຈະພາທຸກທ່ານມາເບິ່ງຄວາມແຕກຕ່າງລະຫວ່າງຫົວສີໄຄຫອມ ກັບ ຫົວສີໄຄບ້ານວ່າຈະມີຄວາມແຕກຕ່າງກັນແນວໃດ

.

– ຫົວສີໄຄຫອມ ຫລື Citronella grass ສາມາດພົບເຫັນໄດ້ທົ່ວທຸກພາກຂອງລາວ ມີລັກສະນະລໍາຕົ້ນຍາວເປັນຟຸ່ມ, ຜິວລຽບແຂງ, ມີສີມ້ວງປົນແດງ ແລະ ມີກິ່ນຫອມຮຸນແຮງ, ລົດຊາດຂົມ ເໝາະແກ່ການນໍາມາໃຊ້ໃນການກະເສດ, ເຮັດຢາສະໝຸນໄພ ລວມເຖິງເຮັດນໍ້າມັນຫອມລະເຫີຍ

– ຫົວສີໄຄບ້ານ ຫລື Lemongrass ເປັນພືດລົ້ມລຸກ ພົບເຫັນໄດ້ຫລາຍກວ່າຫົວສີໄຄຫອມ ມີລັກສະນະລໍາຕົ້ນຍາວເປັນຟຸ່ມ, ໃບອ່ອນ, ປາຍໃບມີຂົນໜາມ ເປັນຢາຮັກສາພະຍາດ ແລະ ບັນເທົາອາການຫວັດ, ອາການໄອ ແລະ ນິຍົມມາປຸງອາຫານ.