ທົດລອງວິທະຍາສາດຜິດພາດ ເຮັດໃຫ້ເກີດລະເບີດໃນຫ້ອງຮຽນ ທີ່ໂຮງຮຽນປະຖົມນະຄອນຊິດນີ ປະເທດອົດສະຕຣາລີ

 

ສຳນັກຂ່າວຕ່າງປະເທດລາຍງານວ່າ: ໃນວັນທີ 21 ພະຈິກ 2022 ທີ່ຜ່ານມາ ນັກຮຽນຫລາຍຄົນໃນໂຮງຮຽນປະຖົມສຶກສາ ໃນນະຄອນຊິດນີ ປະເທດອົດສະຕຣາລີ ໄດ້ຮັບບາດເຈັບ, ມີບາດແຜໄຟໄໝ້ ຫລັງເກີດເຫດລະເບີດທີ່ມາຈາກຄວາມຜິດພາດໃນການທົດລອງທາງວິທະຍາສາດໃນຫ້ອງຮຽນ.

ລາຍງານລະບຸວ່າ: ມີນັກຮຽນຢ່າງໜ້ອຍ 2 ຄົນ ຖືກເລັ່ງນຳຂຶ້ນລົດສຸກເສີນໄປໂຮງໝໍ ແລະ ຄາດວ່າ ອີກ 9 ຄົນ ໄດ້ຮັບບາດເຈັບເລັກໜ້ອຍ.

ໂທລະພາບອົດສະຕຣາລີ ລາຍງານວ່າ: ການທົດລອງທາງວິທະຍາສາດກ່ຽວຂ້ອງກັບ ໂຊດຽມຄາບອນເກດ ແລະ ເມທິລເລເຕດປິຣິດ. ທັງນີ້ການທົດລອງທາງວິທະຍາດໃນໂຮງຮຽນທີ່ນິຍົມກັນໃນສື່ສັງຄົມອອນລາຍ ແມ່ນ ການທົດລອງ ຄາບອນຊູກາສເນດ (Carbon Sugar Snake) ເຫລົ້າ ແລະ ເບກິງໂຊດາ, ການທົດລອງດັ່ງກ່າວ ເປັນການປະສົມນ້ຳຕານ ກັບ ເບກິງໂຊດາ ໃສ່ ດິນຊາຍທີ່ແຊ່ດ້ວຍເຫລົ້າ ແລະ ຈູດໄຟ ໃສ່ສ່ວນປະສົມດັ່ງກ່າວ.  ຢ່າງໃດກໍຕາມ ຄູທີ່ບໍ່ມີຄວາມຮູ້ຄວາມສາມາດພຽງພໍ ບໍ່ຄວນນຳມາໃຊ້ໃນການທົດລອງເດັດຂາດ ເພາະຈະເຮັດໃຫ້ເກີດອັນຕະລາຍຕາມມາພາຍຫລັງ.