ບິນລີ່ ກຳລັງຫາສະໂມສອນລົງຫລິ້ນ ໂດຍເປົ້າໝາຍແມ່ນລີກໃນປະເທດໄທ

ທ່ານ ສົມສະນຸກ ລຽນສະຫວັນ ຜູ້ຈັດການທີມຊາດລາວເປີດເຜີຍວ່າ ບິນລີ່ ເກດແກ້ວພົມພອນ ກອງໜ້າອາຍຸ 32 ປີ ຂອງລາວ ກຳລັງຫາສະໂມສອນໃນປະເທດໄທ ເພື່ອລົງຫລິ້ນໃນຊ່ວງລະດູການທີ 2 ໃນຕົ້ນປີໜ້າ ໂດຍຕະຫລາດຊື້ຂາຍບານເຕະໄທລີກ ຈະເປີດໃນລະຫວ່າງວັນທີ 19 ທັນວາ 22 – 17 ມັງກອນ 23.
ຜູ້ຈັດການທີມຊາດລາວ ຍັງເປີດເຜີຍອີກວ່າ “ຊ່ວງທີຜ່ານມາ ບິນລີ່ ບໍ່ມີຕົ້ນສັງກັດ ແລະ ລາວກໍ່ມີຄວາມສົນໃຈຢາກຫລິ້ນໃນປະເທດໄທ ສ່ວນໃນການແຂ່ງຂັນເຕະບານ AFF Mitsubishi Electric Cup 2022, ບິນລີ່ ບໍ່ມີຊື່ຢູ່ໃນທີມ ເນື່ອງຈາກພວກເຮົາກຳລັງສ້າງນັກເຕະເລືອດໃໝ່ເພື່ອຕໍ່ຍອດໃນອະນາຄົດ
ສຳລັບ ບິນລີ່ ເກດແກ້ວພົມພອນ ປະຈຸບັນອາຍຸ 32 ປີ ເຄີຍຜ່ານປະສົບການຫລິ້ນໃຫ້ກັບທີມໃນຝຣັ່ງມາຫລາຍທີມເຊັ່ນ: ສະຕຣາເບີກ, ອອງເຊ, ໂອແຊ ແລະ ຢູເອັສແອລ ດັນເບິກ ໃນຊ່ວງປີ 2015-2018 ເຄີຍລົງຫລິ້ນໃນລີກ 1 ກັບສະໂມສອນ ອອງເຊ ມີໂອກາດປະເຊີນໜ້າກັບຜູ້ຫລິ້ນທີ່ມີຊື່ສຽງເຊັ່ນ ຊະລາຕັນ ອິບຣາຮີໂມວິດ, ຕິອາໂກ ຊິລວາ, ດາວິດ ລຸຍ ແລະ ເອດິສັນ ຄາວານີ
ຢ່າງໃດກໍ່ຕາມ ສະໂມສອນຫລ້າສຸດຂອງ ບິນລີ່ ຄືການຍ້າຍມາຫລິ້ນໃນພາກພື້ນອາຊຽນ ໂດຍການເຊັນສັນຍາໄລຍະສັ້ນ 6 ເດືອນກັບທີມ ສີ ປະຮັງ ເອັຟຊີ ທີມໃນລີກ ມາເລເຊຍ ຊຸບເປີລີກ ໃນເດືອນມັງກອນ 2022 ກ່ອນທີ່ສັນຍາຈະໝົດລົງໃນເດືອນມິຖຸນາ 2022 ແລະ ບໍ່ໄດ້ຕໍ່ຮັບການສັນຍາ ເຊິ່ງເຮັດໃຫ້ ບິນລີ່ ກາຍເປັນນັກເຕະທີ່ບໍ່ມີສັງກັດຢູ່ຕອນນີ້.

