ສຳເລັດການຍິງເປົ້າໝາຍປືນ​ແທ້ ໂດຍໃຊ້ປືນໃຫຍ່​ໜ້າດິນ 130​ ມມ, 152​ ມມ, ເບ​ແອັມ-21 (BM-21) ແລະ ເດ​ກາ​ເບ (DKB).

ວັນ​ທີ 18 ພະຈິກ 2022, ກອງພັນ​ໃຫຍ່ 605 ໄດ້​ສຳເລັດ​ການຈັດຕັ້ງ​ປະຕິບັດຍິງເປົ້າໝາຍ ​ດ້ວຍ​ລູກ​ປືນແທ້ ປະຈຳ​ປີ 2022, ໂດຍ​ການ​ເປັນ​ປະທານ​ຂອງ ສະຫາຍ ພົນ​ຈັດຕະວາ ວົງ​ແກ້ວ ວົງ​ພິລາ ຫົວໜ້າ​ກົມ​ປືນ​ໃຫຍ່​ໜ້າດິນ ກົມ​ໃຫຍ່​ເສນາ​ທິ​ການ​ກອງທັບ, ມີ ສະຫາຍ ພົນ​ຈັດຕະວາ ສົມພອນ ມິດ​ຕະ​ພອນ ຮອງ​ຫົວໜ້າ​ກົມໃຫຍ່​ເສນາ​ທິ​ການ​ກອງທັບ, ສະຫາຍ ພັນ​ເອກ ປະເສີດທ່ຽງ​ທຳ ຫົວໜ້າ​ການ​ທະຫານ ​ກອງພັນ​ໃຫຍ່ 605 ພ້ອມ​ດ້ວຍພະນັກງານ-ນັກຮົບ ເຂົ້າ​ຮ່ວມ.

ການ​ຍິງເປົ້າ​ໝາຍ​ດ້ວຍ​ລູກປືນ​ແທ້​ຄັ້ງ​ນີ້, ເພື່ອ​ເປັນການຍົກ​ລະດັບ​ຄວາມ​ສາມາດ​ໃນການຈັດຕັ້ງ​ປະຕິບັດ​ການນຳພາ-ຊີ້​ນຳ ຂອງ​ຄະນະ​ແຕ່​ລະ​ຂັ້ນ ແລະ ປະຕິບັດ​ການ​ຊ້ອມ​ຮົບ​ໃຫ້ພະນັກງານ-ນັກຮົບ ທີ່​ເຂົ້າ​ຮ່ວມ​ເພື່ອເປັນການ​ທົບ​ທວນຄືນ​ດ້ານທິດ​ສະ​ດີຫຼັກການ ແລະ ພາກ​ປະຕິບັດ​ຕົວຈິງ​ ໃຫ້​ມີ​ຄວາມຊຳນານ​ໃນ​ການ​ກຽມ ພ້ອມ​ເຮັດ​ໜ້າທີ່ປ້ອງ​ກັນຊາດ-ປ້ອງ​ກັນ​ຄວາມ​ສະຫງົບ, ການ​ຫັດ​ແອບ​ຍິງ​ຈັບ​ເປົ້າ​ໝາຍ, ທຳລາຍ​ເປົ້າ​ໝາຍ​ດ້ວຍ​ລູກປືນ​ແທ້, ເຊິ່ງ​ໄດ້​ນຳ​ໃຊ້​ປືນ​ໃຫຍ່​ໜ້າດິນ 130​ ມມ, 152​ ມມ, ເບ​ແອັມ-21 (BM-21) ແລະ ເດ​ກາ​ເບ (DKB).

ທັງ​ນີ້, ເພື່ອ​ເປັນ​ການ​ປັບປຸງ​ແບບແຜນ​ກຳລັງ​ແຮງກາຍຂອງພະນັກງານ-ນັກຮົບ ທັງ​ເປັນ​ການ​ຍົກ​ລະດັບ​ຄວາມ​ຮູ້, ຄວາມ ​ສາມາດ​ໃຫ້ນາຍ ແລະ ພົນທະ ຫານ ໄດ້​ຮັບ​ຮູ້ ແລະ ເຂົ້າໃຈດ້ານ​ສິລະປະ​ຍຸດ-ຍຸດທະວິທີໃນ​ການຈັດຕັ້ງ​ປະຕິບັດ​ທຳລາຍ​ເປົ້າ​ໝາຍ ແລະ ການ​ນຳ​ໃຊ້​ອາວຸດ​ກະ​ສູນ ເຂົ້າ​ໃນ​ໜ້າທີ່​ວຽກ​ງານ​ຕົວ​ຈິງ​ຂອງ​ກົມ​ກອງ ສາມາດ​ເຮັດ​ສຳ ເລັດໜ້າທີ່​ຕາມ​ແຜນການ ແລະ ຄາດໝາຍ​ທີ່​ວາງ​ໄວ້.