ໂຄວິດ ເຮັດໃຫ້ປະຊາຊົນຈີນ ເສຍຊີວິດກໍລະນີທຳອິດໃນຮອບເຄິ່ງປີ ຕິດເຊື້ອແຕ່ລະວັນຫລາຍກວ່າ 20.000 ຄົນ

ຈີນພົບຜູ້ເສຍຊີວິດຈາກໂຄວິດ-19 ກຸ່ມທຳອິດ ນັບແຕ່ເດືອນພຶດສະພາຜ່ານມາ, ຂະນະທີ່ສະຖິຕິຜູ້ຕິດເຊື້ອປະຈຳວັນຫລາຍກວ່າ 20.000 ຄົນ ຕໍ່ເນື່ອງເກືອບ 1 ອາທິດແລ້ວ.

ວັນທີ 21 ພະຈິກ 2022, ສຳນັກຂ່າວຕ່າງປະເທດລາຍງານວ່າ: ຄະນະກຳມາທິການສາທາລະນະສຸກແຫ່ງຊາດຈີນ (NHC) ລາຍງານຜູ້ເສຍຊີວິດໃນປະເທດຈາກພະຍາດໂຄວິດ-19 ເພີ່ມອີກຢ່າງໜ້ອຍ 2 ຄົນ ໃນວັນທີ 20 ພະຈິກຜ່ານມາ ທັງສອງເປັນຜູ້ຕິດເຊື້ອທີ່ປິ່ນປົວຢູ່ນະຄອນຫລວງປັກກິ່ງ ຫລັງກ່ອນໜ້ານັ້ນພຽງມື້ດຽວຢືນຢັນວ່າ: ຜູ້ຕິດເຊື້ອຊາຍອາຍຸ 87 ປີ ເຊິ່ງປິ່ນປົວຢູ່ນະຄອນຫລວງປັກກິ່ງເຊັ່ນກັນ ເສຍຊີວິດຈາກພະຍາດໂຄວິດ-19.

ທັງນີ້, ຖືເປັນຄັ້ງທຳອິດໃນຮອບເກືອບ 6 ເດືອນ ທີ່ຈີນຢືນຢັນການພົບຜູ້ເສຍຊີວິດຈາກພະຍາດລະບາດດັ່ງກ່າວ ຫລື ຫລັງການຢືນຢັນຜູ້ເສຍຊີວິດຢູ່ນະຄອນຊຽງໄຮ້ ເມື່ອວັນທີ 26 ພຶດສະພາຜ່ານມາ.

ຂະນະດຽວກັນ, NHC ຢືນຢັນຜູ້ຕິດເຊື້ອໂຄວິດ-19 ເພີ່ມອີກ 26.824 ຄົນ ໃນຮອບ 24 ຊົ່ວໂມງຫລ້າສຸດ ຈົນຮອດວັນທີ 20 ພະຈິກຜ່ານມາ ຖືເປັນສະຖິຕິສູງສຸດນັບແຕ່ກາງເດືອນເມສາຜ່ານມາ ແລະ ເປັນວັນທີ 6 ຕິດຕໍ່ກັນແລ້ວ ເຊິ່ງຈີນຢືນຢັນຜູ້ຕິດເຊື້ອປະຈຳວັນຫລາຍກວ່າ 20.000 ຄົນ. ເຖິງຢ່າງໃດກໍຕາມ ເຂດໄປ່ຢຸນ ເຊິ່ງເປັນພື້ນທີ່ມີປະຊາກອນຫລາຍທີ່ສຸດຂອງເມືອງກວາງໂຈ ເມືອງເອກຂອງມົນທົນກວາງຕຸ້ງ ປະເທດລັອກດາວປະຊາກອນ 3,7 ລ້ານຄົນ ເປັນເວລາຢ່າງໜ້ອຍ 5 ວັນ ນັບແຕ່ວັນທີ 21 ພະຈິກ.

NHC ປະກາດໃນຕົ້ນເດືອນພະຈິກນີ້ ປັບມາດຕະການ “7+3” ມາເປັນ “5+3” ສຳລັບຜູ້ທີ່ເດີນທາງມາຈາກຕ່າງປະເທດ ແລະ ຜູ້ສຳຜັດໃກ້ຊິດ ຈາກການເຝົ້າລະວັງພະຍາດໃນສະຖານກັກກັນຂອງລັດ 7 ວັນ ແລະ ກັກຕົວຕໍ່ຢູ່ເຮືອນອີກ 3 ວັນ ລົງມາຢູ່ ການກັກຕົວໃນສະຖານທີ່ກັກກັນຂອງລັດ 5 ວັນ ແລ້ວກັກຕົວຕໍ່ຢູ່ເຮືອນອີກ 3 ວັນ.

ນອກຈາກນີ້, NHC ປະກາດຢຸດມາດຕະການຕິດຕາມ “ຜູ້ສຳຜັດໄລຍະທີສອງ” ໝາຍເຖິງບຸກຄົນທີ່ບໍ່ແມ່ນຜູ້ສຳຜັດໃກ້ຊິດໂດຍກົງ ທີ່ເປັນມາດຕະການຄວບຄຸມພະຍາດ ເຊິ່ງສ້າງຄວາມບໍ່ພໍໃຈໃຫ້ປະຊາຊົນຫລາຍທີ່ສຸດ ແລະ ການຫລຸດຜ່ອນມາດຕະການໃຫ້ຜູ້ໂດຍສານຖ້ຽວບິນຈາກຕ່າງປະເທດສູ່ຈີນຕ້ອງສະແດງຜົນກວດໂຄວິດ-19 ເປັນລົບສອງຄັ້ງ ພາຍໃນໄລຍະເວລາ 48 ຊົ່ວໂມງ ໃຫ້ເຫລືອພຽງຄັ້ງດຽວ ພາຍໃນໄລຍະເວລາ 48 ຊົ່ວໂມງ ແລະ ຍົກເລີກມາດຕະການລົງໂທດສາຍການບິນ ດ້ວຍຄຳສັ່ງ “ໂຈະບິນຊົ່ວຄາວ” ຖ້າມີຈຳນວນຜູ້ໂດຍສານຕິດໂຄວິດ-19 ສະສົມເຖິງ “ເກນອັນຕະລາຍ”.