ລູກາກູ ເຈັບ ຫມົດສິດຊ່ວຍບຽລຢ້ຽມ 2 ນັດທຳອິດບານໂລກ 2022

ບຽລຢ້ຽມ ອາດຈະບໍ່ໄດ້ໃຊ້ງານ ໂຣເມລູ ລູກາກູ ດາວຍິງຕົວເກ່ັງລົງສະໜາມໃນເກມ 2 ນັດທຳອິດຂອງການແຂ່ງຂັນບານໂລກ 2022 ຫລັງໄດ້ຮັບບາດເຈັບຕົ້ນຂາຍັງບໍ່ເຊົາ.
ທີມຊາດບຽລຢ້ຽມ ພວມພົບກັບບັນຫາໃຫຍ່ ເມື່ອ ໂຣເມລູກ ລູກາກູ ດາວຍິງຕົວຄວາມຫວັງ ອາດຈະບໍ່ສົມບູນທັນລົງລ່າຕາໜ່າງໃນເກມ 2 ນັດທຳອິດຂອງພວກເຂົາໃນການແຂ່ງຂັນບານໂລກ 2022 ທີ່ປະເທດກາຕາ.
The Sun ສື່ຊື່ດັງຂອງອັງກິດລາຍງານວ່າ ລູກາກູ ຍັງຢູ່ລະຫວ່າງການຟື້ນຕົວອາການບາດເຈັບຕົ້ນຂາທີ່ຕິດຕົວມາຕັ້ງແຕ່ເດືອນສິງຫາ ແລະ ໜ້າຈະພາດເກມນັດປະເດີມສະໜາມຮອບທຳອິດກຸ່ມ F ທີ່ບຽລຢ້ຽມ ຈະພົບກັບ ແຄນາດາ ໃນວັນພຸດທີ 23 ພະຈິກ ແລະ ເກມນັດທີ 2 ກັບ ໂມຣ໊ອກໂກ ໃນວັນທີອາທິດທີ 27 ພະຈິກແນ່ນອນແລ້ວ.
ນອກຈາກນີ້ ໂຣແບໂຕ ມາຕີເນສ ຜູ້ຈັດການທີມຊາດ ແລະ ທີມງານ ຍັງຕ້ອງຫວັງນຳອີກວ່າ ດາວຍິງຄົນດັງຈາກສະໂມສອນອິນເຕີ ມິລານ ຈະພ້ອມສຳລັບເກມນັດສົ່ງທ້າຍຮອບແບ່ງກຸ່ມກັບ ໂຄຣເອເຊຍ ໃນວັນພະຫັດທີ 1 ທັນວາ ຫລື ບໍ່.

